ການ​ຢ້ຽມ​ຢ​າມ ຫວຽດ​ນາມ ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ອົດ​ສະ​ຕາ​ລີ​ຈະ​ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່ກ​ານ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ແລະ ພັນລະຍາຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 22 – 24 ສິງຫາ.
ການ​ຢ້ຽມ​ຢ​າມ ຫວຽດ​ນາມ ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ອົດ​ສະ​ຕາ​ລີ​ຈະ​ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່ກ​ານ​ພົວ​ພັນ​ສອງ​ຝ່າຍ - ảnh 1ພາບປະກອບ (TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວໃນໂອກາດນີ້, ທ່ານ ໂງເຮື໊ອງນາມ ເອກອັກຄະລັດຖະທູດ ຫວຽດນາມປະຈຳອົດສະຕາລີ ໃຫ້ຮູ້ວ່າ: ເລື່ອງ ທ່ານ ນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຕັດສິນໃຈມາຢ້ຽມຢາມ ຫວຽດນາມພາຍຫຼັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອົດສະຕາລີ ຄືນໃໝ່ໃນເດືອນ ພຶດສະພາ ທີ່ຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ອົດສະຕາລີ ຖື ຫວຽດນາມ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ອົດສະຕາລີ ເປັນສຳຄັນ. ຕາມທ່ານ ໂງເຮື໊ອງນາມ ແລ້ວ, ຈຸດພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້ແມ່ນ ສອງຝ່າຍຈະພັດທະນາຍຸດທະສາດແຊກແຊງເສດຖະກິດເພີ່ມທະວີດ້ວຍເປົ້າໝາຍມັລະດັບສູງ, ສູ້ຊົນໃຫ້ກາຍເປັນໜຶ່ງໃນ 10 ຄູ່ຮ່ວມມືທາງການຄ້າແຖວໜ້າຂອງກັນ. ພ້ອມທັງຫວັງວ່າຈະເປີດກ້ວາງ ແລະ ເຮັດໃຫ້ການຮ່ວມມືໃນຫຼາຍຂົງເຂດລະຫວ່າງ 2 ປະເທດເລິກເຊິ່ງກວ່າອີກ.

  ຄາດວ່າ, ການນຳສອງປະເທດກໍ່ຈະແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາບັນຫາຄວາມໝັ້ນຄົງຍຸດທະສາດໃນພາກພື້ນ ແລະ ໂລກ. ທ່ານ ໂງເຮືຶ໊ອງນາມ ເອກອັກຄະລັດຖະທູດ ຖືວ່າ: ການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມປອດໄພໃນການເດີນເຮືອ, ການບິນ, ເຄົາລົບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982…ແມ່ນບັນຫາຕ້ອງສົນໃຈໃສ່ລວມບໍ່ພຽງແຕ່ຂອງອົດສະຕາລີ ແລະ ຫວຽດນາມ ເທົ່ານັ້ນຫາກຍັງແມ່ນຂອງທົ່ວພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ