ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ລາວ ໄດ້ເປີດໄລຍະໃໝ່ຂອງການຮ່ວມມືລະຫວ່າງ 2 ປະເທດ

(VOVWORLD) -ການຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ ລາວ ເປັນຂີດໝາຍໃໝ່, ເປີດໄລຍະໃໝ່ຂອງການຮ່ວມມືຢ່າງເລິກເຊີ່ງກວ້າງຂວາງ, ຮອບດ້ານ ແລະ ມີຄຸນນະພາບກວ່າອີກ ລະຫວ່າງສະພາແຫ່ງຊາດ 2 ປະເທດ
ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ລາວ ໄດ້ເປີດໄລຍະໃໝ່ຂອງການຮ່ວມມືລະຫວ່າງ 2 ປະເທດ - ảnh 1(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວ້ ກ່າວຄຳເຫັນທີ່ງານລ້ຽງ)

ໃນຕອນຄ່ຳວັນທີ 6 ທັນວາ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວ້ ໄດ້ເປັນປະທານໃນງານລ້ຽງຕ້ອນຮັບ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ແລະ ຄະນະຜູ້ແທນຂັ້ນສູງທີ່ກຳລັງມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວ້ ໄດ້ຢັ້ງຢືນວ່າການຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ ລາວ ເປັນຂີດໝາຍໃໝ່, ເປີດໄລຍະໃໝ່ຂອງການຮ່ວມມືຢ່າງເລິກເຊີ່ງກວ້າງຂວາງ, ຮອບດ້ານ ແລະ ມີຄຸນນະພາບກວ່າອີກ ລະຫວ່າງສະພາແຫ່ງຊາດ 2 ປະເທດ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເສີມຂະຫຍາຍສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ.

ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໃຫ້ຂໍ້ສັງເກດວ່າ 2 ຝ່າຍໄດ້ພ້ອມກັນແລກປ່ຽນ ຢ່າງກົງໄປກົງມາກ່ຽວກັບການເພີ່ມທະວີການຮ່ວມມືໃນໄລຍະທີ່ຈະມາເຖິງ, ໂດຍສະເພາະແມ່ນການບູລະນະບົດບັນທຶກການຮ່ວມມືລະຫວ່າງອົງການນິຕິບັນຍັດ 2 ປະເທດ, ແບ່ງປັນບົດຮຽນປະສົບການໃນການຄຸ້ມຄອງຫໍສະພາແຫ່ງຊາດ, ປະຕິບັດວຽກງານນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາທີ່ສຳຄັນຂອງປະເທດ ໃຫ້ເປັນຢ່າງດີກວ່າອີກ.

        ເນືຶຶ່ອງໃນໂອກາດນີ້, ປະທານສະພາແຫ່ງຊາດ 2 ທ່ານໄດ້ເປັນສັກຂີພິຍານພິທີທີ່ການນຳນະຄອນຫຼວງ ຮ່າໂນ້ຍ ມອບ 5 ຕື້ດົງ ໃຫ້ປະຊາຊົນລາວໃນການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ