ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ລັດເຊຍ ເປີດສັງກາດໃໝ່ໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ

(VOVWORLD) - ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານ Vladimir Putin ພາຍຫຼັງການໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ສະຫະພັນ ລັດເຊຍ ຄືນໃໝ່ ອາຍຸການ 2024 – 2030 ໃນເດືອນ ມີນາ 2024.
ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ລັດເຊຍ ເປີດສັງກາດໃໝ່ໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ດັ້ງມິງຄອຍ
(ພາບ: TTXVN)

        ໂດຍຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ໄດ້ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 19 – 20 ມິຖຸນາ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານ Vladimir Putin ພາຍຫຼັງການໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ສະຫະພັນ ລັດເຊຍ ຄືນໃໝ່ ອາຍຸການ 2024 – 2030 ໃນເດືອນ ມີນາ 2024. ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ສະຫະພັນລັດເຊຍ ດັ້ງມິງຄອຍ ຖືວ່າ, ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ Vladimir Putin ຈະເປີດໜ້າປະຫວັດສາດໃໝ່ໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.

        “ສາຍພົວພັນລະຫວ່າງ 2 ປະເທດ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ມີໄລຍະທາງປະຫວັດສາດແຫ່ງການພັດທະນາມາແຕ່ດົນນານ, ແຕ່ 2 ປະເທດຍັງມືເງື່ອນໄຂເພື່ອສືບຕໍ່ພັດທະນາສາຍພົວພັນນີ້. ສະນັ້ນ, ຂ້າພະເຈົ້າຫວັງວ່າ, ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ ເປີດໜ້າປະຫວັດສາດໃໝ່ໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ບັນດາການນຳ 2 ປະເທດຈະເພີ່ມທະວີການແລກປ່ຽນ, ຊຸກຍູ້ບັນດາມາດຕະການເພື່ອປັບປຸງການພົວພັນໃນຂົງເຂດການຄ້າ ແລະ ການລົງທຶນ, ການພົວພັນປະແລກປ່ຽນປະຊາຊົນ, ວິທະຍາສາດ, ເຕັກໂນໂລຊີ”.

ຕອບກັບ

ຂ່າວ/ບົດ​ອື່ນ