ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet ສືບ​ຕໍ່​ເພີ່ມ​ພູ​ນ​ຄູນ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ

(VOVWORLD) - ການຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທີສອງ ນັບແຕ່ເວລາທ່ານ  Samdech Thipadei ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ກຳປູເຈຍ ໃນທ້າຍເດືອນສິງຫາ ປີ 2023.
ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet ສືບ​ຕໍ່​ເພີ່ມ​ພູ​ນ​ຄູນ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ - ảnh 1ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Thipadei Hun Manet (ພາບ: TTXVN)

ກ່ອນການຢ້ຽມຢາມ ຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Thipadei Hun Manet ໃນລະຫວ່າງວັນທີ 11 – 12 ທັນວາ, ເວັບໄຊ Domrey News ຂອງກຳປູເຈຍໄດ້ເອົາລົງ ບົດຂຽນຂອງນັກຮຽນຮູ້ Uch Leang, ຮອງຫົວໜ້າກົມຄົ້ນຄ້ວາ ອາຊີ - ອາຟຼິກກາ ແລະ ຕາເວັນອອກກາງ, ສະຖາບັນການພົວພັນສາກົນ, ສະພາບັນດິດ ກຳປູເຈຍ (RAC). ບົດຂຽນໄດ້ຕີລາຄາສູງຄວາມໝາຍ ແລະ ລະດັບຄວາມສຳຄັນຂອງການຢ້ຽມຢາມ, ຖືວ່າການຢ້ຽມຢາມຈະນຳຜົນປະໂຫຍດທີ່ຍິ່ງໃຫຍ່ມາໃຫ້ປະຊາຊົນກຳປູເຈຍ, ກໍ່ຄືປະຊາຊົນສອງປະເທດ.

ທ່ານ Uch Leang ໃຫ້ຮູ້ວ່າ ການຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທີສອງ ນັບແຕ່ເວລາທ່ານ  Samdech Thipadei ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ກຳປູເຈຍ ໃນທ້າຍເດືອນສິງຫາ ປີ 2023. ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍອັນຍິງໃຫຍ່ ເພື່ອແນໃສ່ເພີ່ມທະວີການພົວພັນອັນດີງາມລະຫວ່າງສອງປະເທດ ກຳປູເຈຍ - ຫວຽດນາມ ຕາມທິດ “ບ້ານໃກ້ເຮືອນຄຽງທີ່ດີງາມ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ເຊິ່ງໄດ້ຮັບການຮັກສາ ແລະ ເພີ່ມພູນຄູນສ້າງ ນັບທັງໃນໄລຍະປະເທດ ກຳປູເຈຍປ່ຽນແປງການນ້ຳລຸ້ນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ