ການຢ້ຽມຢາມຂອງທ່ານປະທານປະເທດ ຫວໍວັນເຖືອງ ນຳມາເຊິ່ງແງ່ຫວັງໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ອີຕາລີ

(VOVWORLD) - ປະມຸກລັດ 2 ທ່ານຈະພ້ອມກັນແລກປ່ຽນ ແລະ ທົບທວນຄືນສາຍພົວພັນມິດຕະພາບ, ຄວາມສາມາມັກຄີ ແລະ ການຮ່ວມມື 2 ຝ່າຍໃນໄລຍະຜ່ານມາ, ພ້ອມທັງຈະວາງອອກການກຳນົດທິດພັດທະນາໃນອະນາຄົດ.
ການຢ້ຽມຢາມຂອງທ່ານປະທານປະເທດ ຫວໍວັນເຖືອງ ນຳມາເຊິ່ງແງ່ຫວັງໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ອີຕາລີ - ảnh 1ທ່ານເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ Antonio Alessandro
(ພາບ: TTXVN)

        ການຢ້ຽມຢາມຂອງທ່ານປະທານປະເທດ ຫວໍວັນເຖືອງ ນຳມາເຊິ່ງແງ່ຫວັງໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ອີຕາລີ. ທ່ານເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ Antonio Alessandro, ໄດ້ໃຫ້ຄຳເຫັນຄືດັ່ງກ່າວ ເມື່ອຕອບສຳພາດຕໍ່ສື່ມວນຊົນ ຫວຽດນາມ ກ່ອນເດີນທາງໄປຢ້ຽມຢາມທາງລັດຖະກິດສູ່ປະເທດ ອີຕາລີ ຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ແຕ່ວັນທີ 25-28 ກໍລະກົດ. ທ່ານ Antonio Alessandro, ເນັ້ນໜັກວ່າ, ການຢ້ຽມຢາມມີຄວາມໝາຍຫຼາຍຢ່າງ ຖືກດຳເນີນກົງກັບໂອກາດ 2 ປະເທດກສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (23 ມີນາ 1973 – 23 ມີນາ 2023) ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (21 ມັງກອນ 2013 – 21 ມັງກອນ 2023). ທ່ານໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Sergio Mattarella ຈະຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ຕາມພິທີລະດັບຊາດ. ປະມຸກລັດ 2 ທ່ານຈະພ້ອມກັນແລກປ່ຽນ ແລະ ທົບທວນຄືນສາຍພົວພັນມິດຕະພາບ, ຄວາມສາມາມັກຄີ ແລະ ການຮ່ວມມື 2 ຝ່າຍໃນໄລຍະຜ່ານມາ, ພ້ອມທັງຈະວາງອອກການກຳນົດທິດພັດທະນາໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ