ການຢ້ຽມຢາມຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງແມ່ນມີຄວາມໝາຍສຳຄັນ

(VOVWORLD) -ເນື່ອງໃນໂອກາດທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ສາທາລະນະລັດປະຊາຊົນບັງກະລາເທດ, ໜັງສືພິມປະຈຳວັນ Daily Star ໃຫ້ຮູ້ວ່າ
ການຢ້ຽມຢາມຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງແມ່ນມີຄວາມໝາຍສຳຄັນ - ảnh 1 (ການຢ້ຽມຢາມຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງແມ່ນມີຄວາມໝາຍສຳຄັນ)

ການຢ້ຽມຢາມຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງແມ່ນເພື່ອແນໃສ່ເພີ່ມທະວີການຊຸກຍູ້ດ້ານການຄ້າ ແລະ ການລົງທຶນ, ພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຂອງສອງປະເທດ. ໜັງສືພິມດັ່ງກ່າວໄດ້ຄັດສະເໜີຄຳເຫັນຂອງເຈົ້າໜ້າທີ່ກະຊວງການຕ່າງປະເທດຂອງບັງກະລາເທດທ່ານໜຶ່ງ ເຊິ່ງເນັ້ນໜັກວ່າ ທັງສອງປະເທດມຸ່ງໄປສູ່ການບັນລຸຄາດໝາຍຍົກຍອດວົງເງິນການຄ້າສອງຝ່າຍຂຶ້ນເຖິງລະດັບ 01 ຕື້ໂດລາສະຫະລັດ. ພ້ອມກັນນັ້ນ, ປະເທດບັງກະລາເທດ ແລະ ຫວຽດນາມກໍ່ກຳລັງຊຸກຍູ້ການຮ່ວມມືດ້ານເສດຖະກິດອີກດ້ວຍ. ນອກຈາກນັ້ນ, ບັງກະລາເທດກໍພວມປາດຖະໜາວ່າຈະເຊື່ອມຕໍ່ກັບບັນດາປະເທດປະຊາຄົມອາຊຽນ. ວົງການການທູດຢູ່ Dhaka ຖືການຢ້ຽມຢາມຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ແມ່ນມີຄວາມສຳຄັນທີ່ສຸດ ແລະ ສອງປະເທດອາດຈະລົງນາມໃນຂໍ້ຕົກລົງ ແລະ ບົດບັນທຶກຄວາມຊ່ວຍຈຳຫຼາຍສະບັບ ເພື່ອຊຸກຍູ້ດ້ານການຄ້າ, ການລົງທຶນ, ການເຊື້ອມຕໍ່ ແລະການຮ່ວມມືກັນໃນການຢ້ຽມຢາມຄັ້ງນີ້.

ພ້ອມກັນນັ້ນ,ໜັງສືພິມປະຈຳວັນ Daily Starກໍຍັງສືບຕ່ໍ່ລົງບົດຂຽນກ່ຽວກັບເນື້ອໃນການສຳພາດທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ດ້ວຍຫົວຂໍ້ “ຫວຽດນາມປາດຖະໜາຢາກເພີ່ມທະວີການພົວພັນກັບບັງກະລາເທດ”, ໃນບົດຂຽນດັ່ງກ່າວໄດ້ຄັດສະເໜີຄຳເຫັນຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງເນັ້ນໜັກວ່າ ການນຳ ແລະ ປະຊາຊົນສອງປະເທດຍາມໃດກໍເຄົາລົບ ແລະ ຮັກສາມູນເຊື້ອອັນລ້ຳຄ່າ ພ້ອມທັງມານະພະຍາຍາມ ເພື່ອນຳການພົວພັນສອງຝ່າຍນັບມື້ນັບພັດທະນາຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ