ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ​ແມ່ນ​ການ​ຄັດ​ເລືອກ​ຍຸດ​ທະ​ສາດ​ອີງ​ຕາມ​ການ​ພັດ​ທະ​ນາ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) -  ການຢ້ຽມຢາມສະແດງໃຫ້ເຫັນວ່າ ທ່ານເລຂາທິການໃຫຍ່,ປະທານປະເທດ ໂຕເລິມ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສືບຕໍ່ຢຶດໝັ້ນກັບແນວຄິດໂຮ່ຈີມິນ, ສືບທອດມໍລະດົກດ້ານການເມືອງໂດຍທ່ານອະດີດເລຂາທິການໃຫຍ່ ຫງວຽນຝຸຈ້ອງ ປະໄວ້ໃຫ້
ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ​ແມ່ນ​ການ​ຄັດ​ເລືອກ​ຍຸດ​ທະ​ສາດ​ອີງ​ຕາມ​ການ​ພັດ​ທະ​ນາ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ - ảnh 1ທ່ານ ສາດສະດາຈານ ຢູຍແຊງເອິ້ງ,  ຫົວໜ້າສະຖາບັນຄົ້ນຄ້ວາ ຫວຽດນາມ, ມະຫາວິທະຍາໄລ ຈຶງເຈົາ (ພາບ: TTXVN)

ແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ຢູ່ປັກກິ່ງ ກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ທ່ານ ສາດສະດາຈານ ຢູຍແຊງເອິ້ງ,  ຫົວໜ້າສະຖາບັນຄົ້ນຄ້ວາ ຫວຽດນາມ, ມະຫາວິທະຍາໄລ ຈຶງເຈົາ ເນັ້ນໜັກວ່າ ການຢ້ຽມຢາມສະແດງໃຫ້ເຫັນວ່າ ທ່ານເລຂາທິການໃຫຍ່,ປະທານປະເທດ ໂຕເລິມ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສືບຕໍ່ຢຶດໝັ້ນກັບແນວຄິດໂຮ່ຈີມິນ, ສືບທອດມໍລະດົກດ້ານການເມືອງໂດຍທ່ານອະດີດເລຂາທິການໃຫຍ່ ຫງວຽນຝຸຈ້ອງ ປະໄວ້ໃຫ້, ນຳພາ ຫວຽດນາມ ສືບຕໍ່ກ້າວເດີນບົນເສັ້ນທາງ ສັງຄົມນິຍົມ, ຊຸກຍູ້ພາລະກິດ ປ່ຽນແປງໃໝ່ ເປີດປະຕູ ແລະ ວິວັດການຫັນຫວຽດນາມເປັນທັນສະໄໝ. ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເລືອກເອົາ ກວາງຈູ ເຊິ່ງແມ່ນສະຖານທີ່ທີ່ມີຄວາມໝາຍສຳລັບພາລະກິດແຫ່ງການປະຕິວັດຂອງ ຈີນ ແລະ ຫວຽດນາມ ໃນໄລຍະທຳອິດ ມາຢ້ຽມຢາມ ສະແດງໃຫ້ເຫັນການຖືເປັນສຳຄັນຢ່າງສູງສຸດຕໍ່ນ້ຳໃຈມິດຕະພາບອັນປະເສີດເລີດລ້ຳ ລະຫວ່າງສອງພັກ, ປະຊາຊົນສອງປະເທດ ຈີນ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ