ການຢ້ຽມຢາມຂອງນາຍົກລັດຖະມົນຕີອິນເດຍNarendraModiເປີດໜ້າປະຫວັດສາດໃໝ່ໃນການພົວພັນຮ່ວມມື ຫວຽດນາມ-ອິນເດຍ

ການຢ້ຽມຢາມຂອງນາຍົກລັດຖະມົນຕີອິນເດຍNarendraModiເປີດໜ້າປະຫວັດສາດໃໝ່ໃນການພົວພັນຮ່ວມມື ຫວຽດນາມ-ອິນເດຍ - ảnh 1
ທ່ານ ໂຕນຊິີງແທ່ງ ຕອບສຳພາດຕໍ່ນັກຂ່າວ
(ພາບ: Vietnam+)

(vovworld) – ການ​ຢ້ຽມຢາມ​ ຫວຽດນາມ ຂອງທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi ​ເປີດ​ໜ້າປະຫວັດສາດ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ​ອິນ​ເດຍ. ນີ້​ແມ່ນ​ການ​ຢັ້ງຢືນ​ຂອງ​ທ່ານ ​ໂຕນ​ຊີງ​ແທ່ງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ເດຍ ​ໃນ​ການ​ຕອບ​ສຳ​ພາດຕໍ່​ນັກ​ຂ່າວສຳນັກ​ຂ່າວສານ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ທ່ານ​ນາຍົກ​ລັດຖະມົນຕີ ອິນ​ເດຍ Narendra Modi ​ໃກ້​ຈະ​ມາ​ຢ້ຽມຢາມ ຫວຽດນາມ ​ແລະ ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (07/01/1972 – 07/01/2017) ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດ (2007 – 2017) ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ. ທ່ານ​ເອກ​ອັກຄະ​ລັດຖະທູດ ໂຕນ​ຊີງ​ແທ່ງ ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ຈະ​ມາ​​ເຖິງ​ຂອງ​ທ່ານ​ນາຍົກລັດຖະມົນຕີ Modi ​​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ຂອງ​ນາຍົກລັດຖະມົນຕີ ອິນ​ເດຍ ​ເຖິງ ຫວຽດນາມ ພາຍຫຼັງ 15 ປີ, ນັບ​ແຕ່​ການ​ຢ້ຽມຢາມ​ຂອງ​ທ່ານນາຍົກລັດຖະມົນຕີ Atal Bihari Vajpayee ​ເມື່ອປີ 2001. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳ 2 ປະ​ເທດ​ຕີ​ລາຄາບັນດາ​ໝາກຜົນການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ, ກຳນົດ​ທິດ​ທາງ ​ແລະ ມາດ​ຕະການ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​, ​ເລ​ິກ​ເຊ່ິງ ​ແລະ ຮອບດ້ານ​ກ່ວາ. ທ່ານ ໂຕນ​ຊີງ​ແທ່ງ ກໍ່​ໃຫ້​ຮູ້​ວ່າ: ບັນດາ​ກົນ​ໄກ​ຮ່ວມ​ມື​ຄື: ຄະນະ​ກຳມະການ​ປະສົມ​ 2 ປະ​ເທດ, ທາ​ບທາມ​ດ້ານການ​ເມືອງ ​ແລະ ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ, ການ​ເຈລະຈາ​ດ້ານ​ປ້ອງ​ກັນ​ປະ​ເທ​ດ​ໄດ້​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ກາ​ນຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ ​ແລະ ການ​ສົມທົບ​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ. ທ່ານ​ເອກ​ອັກ​ຄະ​ລັດຖະທູດ ກໍ່​ຢັ້ງຢືນ​ວ່າ: ປີ 2017 ຈະ​ແມ່ນ​ຂີດ​ໝາຍ​ສຳຄັນ, ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 10 ປີ​ແຫ່ງ​ວັນ​ຄູ່ຮ່ວມ​ມື​ຍຸ​ດທະ​ສາດ​ລະ​ຫວ່າງ ຫວຽດນາມ ​ແລະ ອິນ​ເດຍ. ນີ້​ຈະ​ແມ່ນ​​ໂອກາດ​ເພື່ອ​ໃຫ້ ຫວຽດນາມ ຫວນ​ຄືນ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ໃນ 10 ປີຜ່ານມາ ​ແລະ ກຳນົດ​ທິດ​ການ​ພົວພັນ​ໃນ​ໄລຍະ 10 ປີ​ຈະ​ມາ​ເຖິງ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ