ການຢ້ຽມຢາມຂອງປະທານປະເທດຫວຽດນາມ ມີ “ຄວາມສໍາຄັນສໍາລັບອີຢິບ ແລະ ອາຟິຼກາບົນເວທີສາກົນ”

(VOVWORLD) -ການຢ້ຽມຢາມມີຄວາມໝາຍສໍາຄັນເປັນພິເສດສໍາລັບ ອີຢິບ ແລະ ການພົວພັນລະຫວ່າງສອງປະເທດ, ກໍຄືຈະຊຸກຍູ້ຂະແໜງການທ່ອງທ່ຽວຂອງອີຢິບ.
ການຢ້ຽມຢາມຂອງປະທານປະເທດຫວຽດນາມ ມີ “ຄວາມສໍາຄັນສໍາລັບອີຢິບ ແລະ ອາຟິຼກາບົນເວທີສາກົນ” - ảnh 1ສື່ມວນຊົນ ອີຢິບ ສືບຕໍ່ໄດ້ໃຫ້ຂ່່າວ ແລະບົດກ່ຽວກັບການຢ້ຽມຢາມ ອີຢິບ ຂອງທ່ານປະທານປະເທດຫວຽດນາມ ເຈີ່່ນດ້າຍກວາງ 

        ວັນທີ 26 ສິງຫາ, ສື່ມວນຊົນ ອີຢິບ ສືບຕໍ່ໄດ້ໃຫ້ຂ່່າວ ແລະບົດກ່ຽວກັບການຢ້ຽມຢາມ ອີຢິບ ຂອງທ່ານປະທານປະເທດຫວຽດນາມ ເຈີ່່ນດ້າຍກວາງ, ໃນນັ້ນ ໄດ້ຢັ້ງຢືນວ່າ ການຢ້ຽມຢາມມີຄວາມໝາຍສໍາຄັນເປັນພິເສດສໍາລັບ ອີຢິບ ແລະ ການພົວພັນລະຫວ່າງສອງປະເທດ, ກໍຄືຈະຊຸກຍູ້ຂະແໜງການທ່ອງທ່ຽວຂອງອີຢິບ. ໜັງສືພິມ Shourouknews (ອາລຸນໃໝ່) ໄດ້ລົງຟິມບົດຂຽນຂອງ ທ່ານເອກອັກຄະລັດຖະທູດ Mohamed Al – Orabi, ອະດີດລັດຖະມົນຕີການຕ່າງປະເທດ ແລະ ທັງເປັນສະມາຊິກຂອງສະພາຕໍ່າອີຢິບ, ເຊິ່ງໄດ້ໃຫ້ຂໍ້ສັງເກດກ່ຽວກັບການຢ້ຽມຢາມອີຢິບ ຂອງທ່ານປະທານປະເທດຫວຽດນາມ ເຈີ່່ນດ້າຍກວາງ ດ້ວຍຫົວຂໍ້ວ່າ: “ຄວາມສໍາຄັນສໍາລັບອີຢິບ ແລະ ພາກພື້ນ ອາຟິຼກາ ບົນເວທີສາກົນ”. ຕາມທ່ານເອກອັກຄະລັດຖະທູດ Al–Orabi ແລ້ວ, ອີຢິບສາມາດຂຸດຄົ້ນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງຫວຽດນາມ ເພື່ອເປີດກວ້າງການຮ່ວມມື ແລະ ການພົວພັນຢູ່ພາກພື້ນອາຊີ ແລະ ອາຊີຕາເວັນອອກສ່ຽງໃຕ້.

        ສ່ວນໜັງສືພິມ Elwatannews ( ຂ່າວສານແຫ່ງຊາດ) ໄດ້ເນັ້ນໜັັກວ່າ: ນີ້ແມ່ນການຢ້ຽມຢາມຄັ້ງປະຫວັດສາດໃນການພົວພັນລະຫວ່າງສອງປະເທດ. ການຢ້ຽມຢາມຄັ້ງນີ້ ເພື່ອເພີ່ມທະວີການແລກປ່ຽນ, ການຮ່ວມມືໃນບັນດາຂົງເຂດຄືກະສິກໍາ, ວັດທະນະທໍາ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ, ພິເສດແມ່ນເມື່ອ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າພໍສົມຄວນໃນຂະແໜງອຸດສາຫະກໍາ. ອີີຢິບສາມາດຮໍ່າຮຽນເອົາບົດຮຽນຫຼາຍຢ່າງໃນຂົງເຂດນີ້ຈາກຫວຽດນາມ.

        ໜັງສືພິມ El Fagr ມີບົດຂຽນດ້ວຍຫົວຂໍ້ “ຂີດໝາຍສໍາຄັນໃນການພົວພັນລະຫວ່າງຫວຽດນາມ - ອີຢິບ”, ໃນນັ້ນຢັ້ງຢືນວ່າ ການຢ້ຽມຢາມ ອີຢິບ ຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແມ່ນຂີດໝາຍສໍາຄັນໃນການພົວພັນລະຫວ່າງສອງປະເທດ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດໃນປີ 1963. ສື່ມວນຊົນ ອີຢິບ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຈະປະກອບສ່ວນຊຸກຍູ້ຕະຫຼາດການທ່ອງທ່ຽວລະຫວ່າງສອງປະເທດ, ພິເສດ ແມ່ນໃນຂະແໜງການທ່ອງທ່ຽວອີຢິບ ຊຶ່ງດຶງດູດໄດ້ແຂກທ່ອງທ່ຽວຈາກ ອາຊີຕາເວັນອອກເປັນຈໍານວນຫຼວງຫຼາຍ, ພ້ອມທັງເປີດປະຕູບັນດາຕະຫຼາດທ່ອງທ່ຽວໃໝ່ ໃຫ້ແກ່່ອີຢິບ, ປະກອຍບສ່ວນເພີ່ມທະວີການແລກປ່ຽນວັດທະນະທໍາລະຫວ່າງສອງປະເທດ.

Ngoc Thach

ຕອບກັບ

ຂ່າວ/ບົດ​ອື່ນ