ການຢ້ຽມຢາມຂອງອົງມົງກຸດລາຊະກຸມມານນອກເວ:ເປີດແງ່ຫວັງຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງຫວຽດນາມ-ນອກເວ

ການຢ້ຽມຢາມຂອງອົງມົງກຸດລາຊະກຸມມານນອກເວ:ເປີດແງ່ຫວັງຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງຫວຽດນາມ-ນອກເວ - ảnh 1
ອົງ​ມົງກຸດ​ລາຊະ​ກຸມມານ ນອກ​ເວ Haakon Magnus ​ແລະ ​ເຈົ້າ​ຍິງ Mette Marit ​

(vovworld) – ວັນ​ທີ 19/3, ​ອົງ​ມົງກຸດ​ລາຊະ​ກຸມມານ ນອກ​ເວ Haakon Magnus ​ແລະ ​ເຈົ້າ​ຍິງ Mette Marit ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊື້​ອ​ເຊີ​ຂອງ​ທ່ານ​ນາງ​ຮອງປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ. ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ນອກ​ເວ ​ແລະ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ ​ແລະ ອຸດສາຫະກຳ.

    ທີ່​ການ​ເຈລະຈາ​ກັບ​ອົງ​ມົງກຸດ​ລາຊະ​ກຸມມານ Haakon ​ໃນ​ຕອນ​ເຊົ້າ​ວັນ​ທີ 19/3, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ຄະນະ, ຖື​ວ່າຄວາມ​ສາມາດ​ບົ່ມ​ຊ້ອນຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ນອກ​ເວ​ຍັງ​ໃຫຍ່​ຫຼວງ​ຢູ່, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ທ່າ​ແຮງ ອາດ​ສາມາດ​ເພີ່ມ​​ເຕີມ​ໃຫ້​ກັນ​ໄດ້. ດັ່ງ​ນັ້ນ, ການ​ຢ້ຽມຢາມ​ແມ່ນ​​ໂອກາດ​ເພື່ອ​ໃຫ້ 2 ຝ່າຍ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

    ​ເມື່ອ​ແບ່ງປັນ​ກັບ​ສື່​ມວນ​ຊົນ​ຫວຽດນາມ ​ແລະ ຕ່າງປະ​ເທດ​ພາຍຫຼັງ​ກາ​ນ​ເຈລະຈາ, ​ອົງ​ມົງກຸດ​ລາຊະ​ກຸມມານ Haakon ​ເນັ້ນ​ໜັກ​ວ່າ:

    “ມາ​ຢ້ຽມ​ຢາມ​ຫວຽດນາມ ຄັ້ງ​ນີ້​ຍັງ​ມີ​ຄະນະ 130 ​ວິ​ສາ​ຫະກິດທີ່​ຕາງໜ້າ​ໃຫ້​ຫຼາຍ​ວິ​ສາ​ຫະກິດ​ອັນ​ດັບ​ໜຶ່ງ​ຂອງ​ນອກ​ເວ​ໃນ​ບັນດາ​ຂົງ​ເຂດ​ການທ່ອງທ່ຽວ, ການ​ຄ້າ, ຕໍ່​ກຳ​ປັ່ນ, ຂົນ​ສົ່ງ​ທາງ​ທະ​ເລ.​.​.​ ຂ້າພະ​ເຈົ້າ​ຖື​ວ່າ​ຈະ​ມີ​ບັນດາກາລະ​ໂອກາດ​ ​ພາຍຫຼັງ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຜ່ານ​ການ​ພົບ​ປະ, ​ແລກປ່ຽນ​ຢ່າງ​ລະອຽດ​ກັບ​ບັນດາ​ຄູ່​ຮ່ວມ​ມືຂອງ ຫວຽດນາມ, ຊ່ວຍ​ໃຫ້ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແຮງ​ໃນ​​ໄລຍະ​ຈະ​ມາ​ເຖິງ.”

ຂ່າວ/ບົດ​ອື່ນ