ການຢ້ຽມຢາມຈີນຂອງທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ປະສົບຜົນສຳເລັດຢ່າງດີງາມ

  
   
ການຢ້ຽມຢາມຈີນຂອງທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ປະສົບຜົນສຳເລັດຢ່າງດີງາມ  - ảnh 1
ພິທີຕ້ອນຮັບທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາ​ມ ເຈືອງ​ເຕີນ​ຊາງ ໄດ້ຖືກຈັດຂຶ້ນຢ່າງສົມກຽດ 

Vovworld-ຕອນ​ຄ່ຳ​ວັນ​ທີ 21/6, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາ​ມ ເຈືອງ​ເຕີນ​ຊາງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ  ຫວຽດ​ນາມ ໄດ້​ກັບ​ເມືອ​ຮອດ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ​ສ​ປ ຈີນຢ່າງ​ຈົບ​ງາມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດຈີນ ສີ​ຈິ້ນ​ຜິງ. ການ​ຢ້ຽມ​ຢາມ​ໄດ້​ປະສົບ​ຜົນສຳ​ເລັດ​ທີ່​ສຳຄັນ, ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ການ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຮ່ວມ​ມື​ຢ່າງ​​ແທ້​ຈິງ ​ແລະ ມີ​ປະສິດ​ທະ​ຜົນ​ລະຫວ່າງ 2 ປະ​ເທດ. ຕອບ​ສຳພາດ​ນັກ​ຂ່າວ​ພາຍຫຼັງ ສິ້ນ​ສຸດ​ການ​ຢ້ຽມ​ຢາມຈີນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ຊີ້​ແຈ້ງວ່າ :

     “ການ​ຢ້ຽມ​ຢາມ​ຈີນ​ຂອງ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາ​ມ ເຈືອງ​ເຕີນ​ຊາງ ໄດ້​ປະສົບ​ຜົນສຳ​ເລັດຢ່າງ​ດີງາມ.​ໃນການຢ້ຽມຢາມ, 2 ຝ່າຍໄດ້ອອກຖະແຫຼງ ການຮ່ວມຫວຽດນາມ-ຈີນ, ພ້ອມ​ທັງໄດ້​ລົງ​ນາມ ​ເອ​ກະ​ສານ 10 ສະ​ບັບ . ອາດ​ເວົ້າ​ໄດ້​ວ່າ ​ເອກະສານ​ເຫຼົ່ານັ້ນ ລວມທັງ​ໝົດ​ການ​ເພີ່ມ​ທະວີການ​ພ​ົວ​ພັນ ຫວຽດ​ນາມ - ຈີນ​ໃນ​ຫຼາຍ​ຂົງ​ເຂດ. ບັນດາ​ເອກະ​ສານ​ໄດ້​ວາງ​ໜ້າ​ທີ່​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າ​ງໆ​ເພີ່ມ​ທະວີການ​ພ​ົວ​ພັນຮ່ວມ​ມື​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ”

  ຕາມທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ແລ້ວ, ​ໃນ​ການ​ຢ້ຽມຢາມ, 2 ຝ່າຍ​ຍັງ​ແລກປ່ຽນ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ, ພິ​ເສດ​ແມ່ນ​ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ກ່າວ​ຕໍ່​ໄປ​ວ່າ :

   “ 2 ຝ່າຍ​ເປັນ​ເອກະສັນ​ກັນ​ແກ້​ໄຂ​ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​​ ຜ່ານ​ບັນ​ດາ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ຜ່ອນ​ສັ້ນ​ຜ່ອນ​ຍາວ ​ແລະ ປະຕິບັດ​ບັນດາ​ຫຼັກການ​ຊີ້​ນຳ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ລະຫວ່າງ ຫວຽດນາມ-ຈີ​ນ ໝາຍຄວາມ​ວ່າ ​ເຄົາລົບ​ກົດໝາຍ​ສາກົນ, ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ 1982. 2 ຝ່າຍ​ເປັນ​ເອກະສັນ​ກັນປະຕິບັດຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC)ຢ່າງ​ເຕັມ​ສ່ວນ. ຍ້ອນ​ເຫດ​ນີ້, ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, 2 ຝ່າຍຍັງເປັນ​ເອກະສັນ​ກັນຢ່າງ​ສູງ ຕ້ອງ​ຊຸກຍູ້​ບັນດາ​ມາດ​ຕະການ​ແບ່ງ​ກຳນົດ​​ເຂດທະ​ເລ​ຢູ່​ນອກອ່າວພາກ​ເໜືອ.”

     ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ຍັງ​ໃຫ້​ຮູ້​ວ່າ ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ຮັບ​ຄວາມ​ສົນ​ໃຈ​ຂອງ​ຫວຽດນາມ​ຊຶ່ງ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາ​ມ ເຈືອງ​ເຕີນ​ຊາງ ​ໄດ້​ຊີ້​ແຈ້ງ​ໃນ​ບັນດາ​ການ​ພົບ​ປະ​ກົບ​ການ​ນຳ ຂັ້ນ​ສູງຂອງ​ຈີ​ນ ນັ້ນ​ແມ່ນ​ບັນຫາ​ການ​ປະ​ພຶດ​ໂດຍ​ມະນຸດສະທຳ​ກັບ​ຊາວ​ປະມົງ ດ້ວຍ​ການ​ແກ້​ໄຂ​​ເທົ່າ​ທີ່​ຄວນ​ບັນຫາ​ອາຊີບ​ການ​ປະມົງ. ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, 2 ຝ່າຍຍັງເປັນ​ເອກະສັນ​ກັນນຳ​ໃຊ້​ບັນດາ​ສາຍ​ໂທລະສັບ​ດ່ວນ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ເກີດ​ຂຶ້ນ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ. ພ້ອມ​ກັນ​ນັ້ນ, ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ​ໄດ້​ສ້າງສາຍ​ໂທລະສັບ​ດ່ວນ​ລະ​ຫວ່າງ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາ​ມ ແລະ ກະ​ຊວງ​ກະ​ສິ​ກຳຈີນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາທີ່​ເກີດ​ຂຶ້ນ​ທີ່​ກ່ຽວ​ຂອ້ງ​ເຖິງ​ອາ​ຊີບ​ປະ​ມົງ​ບົນ​ທະ​ເລ. 2 ຝ່າຍຍັງ​ເປັນ​ເອກະສັນ​ກັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຕຳຫຼວດ​ທະ​ເລ ​ແລະ ທະຫານ​ປ້ອງ​ກັນຊາ​ຍ​ແດນ​ລະຫວ່າງ 2 ປະ​ເທດ ”

 

ຂ່າວ/ບົດ​ອື່ນ