ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ສ້າງ​ກຳ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

(VOVWORLD) - ການຢ້ຽມຢາມໄດ້ປະສົບຜົນສຳເລັດໃນທຸກດ້ານ, ເປັນຂີດໝາຍໃໝ່ໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ
ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ສ້າງ​ກຳ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ (ພາບ: TTXVN)

ຕອນຄ່ຳວັນທີ 13 ກໍລະກົດ, ທ່ານປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ລາວ ແລະ ກຳປູເຈຍ ໃນລະຫວ່າງວັນທີ 11 – 13 ກໍລະກົດ, ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນການພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ ແລະ ກະສັດ ລາຊະອານາຈັກກຳປູເຈຍ Norodom Sihamoni.

ຕອບສຳພາດຕໍ່ນັກຂ່າວ ກ່ຽວກັບໝາກຜົນຂອງການຢ້ຽມຢາມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຢັ້ງຢືນວ່າ ການຢ້ຽມຢາມໄດ້ປະສົບຜົນສຳເລັດໃນທຸກດ້ານ, ເປັນຂີດໝາຍໃໝ່ໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ, ພ້ອມທັງຢັ້ງຢືນຄວາມຕັດສິນໃຈຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ການພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ແລະ ການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ລະຫວ່າງ ຫວຽດນາມ - ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ