ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຊຸກ​ຍູ້​ການ​ກໍ່​ສ້າງ​ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຫວຽດ​ນາມ - ຈີນ

(VOVWORLD) -     ການຢ້ຽມຢາມທາງລັດຖະກິດຢູ່ ສປ. ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແຕ່ວັນທີ 18 – 20 ສິງຫາ ໄດ້ສິ້ນສຸດລົງຢ່າງຈົບງາມ, ສືບຕໍ່ຊຸກຍູ້ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ. ນີ້ແມ່ນການຕີລາຄາຂອງທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ, ເລຮວ່າຍຈູງ ກ່ຽວກັບໝາກຜົນການຢ້ຽມຢາມ.
ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຊຸກ​ຍູ້​ການ​ກໍ່​ສ້າງ​ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຫວຽດ​ນາມ - ຈີນ - ảnh 1ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເລຮວ່າຍຈູງ (ພາບ: TTXVN)

ຕາມທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເລຮວ່າຍຈູງ ແລ້ວ, ເຖິງວ່າ ການຢ້ຽມຢາມໄດ້ດຳເນີນພຽງກວ່າ 2 ມື້ກໍ່ຕາມ, ແຕ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີ 18 ການເຄື່ອນໄຫວທີ່ສຳຄັນ, ໃນນັ້ນ ມີການເຈລະຈາຂັ້ນສູງກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ພົບປະກັບບັນດາການນຳຫຼັກແຫຼ່ງອື່ນໆຂອງ ຈີນ.

        ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເລຮວ່າຍຈູງ ໄດ້ເນັ້ນໜັກວ່າ ນອກຈາກການບັນລຸໄດ້ຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ໃຫ້ຫຼາຍກວ່າເກົ່າແລ້ວ, ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ລົງນາມໃນເອກະສານ 16 ສະບັບ ກ່ຽວກັບການຜັນຂະຫຍາຍການຮ່ວມມືໃນຫຼາຍຂົງເຂດໃຫ້ແທດຈິງ. ໄປຄຽງຄູ່ກັນນັ້ນ, ຍັງມີອີກສິ່ງໜຶ່ງທີ່ໜ້າສົນໃຈໃນການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີການຢ້ຽມຢາມນະຄອນ ກວາງຈູ, ແຂວງ ກວາງຕຸງ, ເຊິ່ງເປັນບ່ອນທີ່ກ່ອນນີ້ 100 ປີ (1924), ປະທານ ໂຮ່ຈີມິນ ໄດ້ມາກໍ່ສ້າງກຳລັງຫຼັກແຫຼ່ງແກ່ການປະຕິວັດ ຫວຽດນາມ.

        ໂດຍລວມແລ້ວ,  ການຢ້ຽມຢາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ແມ່ນການເຄື່ອນໄຫວສຳຄັນໃນການຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຂອງ ຫວຽດນາມ, ໃນນັ້ນ ມີນະໂຍບາຍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃນການພົວພັນກັບ ຈີນ.

 

ຕອບກັບ

ຂ່າວ/ບົດ​ອື່ນ