ການຢ້ຽມຢາມລາວຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມີຄວາມໝາຍສໍາຄັນກ່ຽວກັບປະຫວັດສາດ

(VOVWORLD) -ໜັງສືພິມຕ່າງໆຂອງລາວ ລ້ວນແຕ່ລົງພິມຂ່າວ ແລະ ບົດ ເປັນຈໍານວນຫຼວງຫຼາຍ ຊົມເຊີຍການຢ້ຽມຢາມ ພ້ອມທັງຍ້ອງຍໍສັນລະເສີນບັນດາຜົນງານໃນການຮ່ວມມືລະຫວ່າງສອງປະເທດທີ່ບັນລຸໄດ້ໃນໄລຍະຜ່ານມາ.

ເນື່ອງໃນໂອກາດ ການຢ້ຽມຢາມສັນທະວະໄມຕີລາວຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃນລະຫວ່າງວັນທີ 24 – 25 ກຸມພາ, ໜັງສືພິມຕ່າງໆຂອງລາວ ລ້ວນແຕ່ລົງພິມຂ່າວ ແລະ ບົດ ເປັນຈໍານວນຫຼວງຫຼາຍ ຊົມເຊີຍການຢ້ຽມຢາມ ພ້ອມທັງຍ້ອງຍໍສັນລະເສີນບັນດາຜົນງານໃນການຮ່ວມມືລະຫວ່າງສອງປະເທດທີ່ບັນລຸໄດ້ໃນໄລຍະຜ່ານມາ.

ວັນທີ 21 ກຸມພາ, ໜັງສືພິມ ປະຊາຊົນ ໄດ້ລົງບົດຂຽນ ມີຫົວຂໍ້ວ່າ “ຂໍ່ານັບຮັບຕ້ອນ ການຢ້ຽມຢາມລາວຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ” ແລະຢັ້ງຢືນວ່າ ປະຊາຊົນລາວບັນດາເຜົ່າ ມີຄວາມເອກອ້າງທະນົງໃຈ ແລະ ພາກພູມໃຈທີ່ສຸດ ທີ່ໄດ້ມີກຽດຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ. ການຢ້ຽມຢາມຄັ້ງນີ້ ນໍາມາເຊິ່ງນໍ້າໃຈໄມຕີຈິດມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາມສາມັກຄີີ, ຮັກແພງແບບພິເສດຂອງປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ມີຕໍ່ປະຊາຊົນລາວບັນດາເຜົ່າ. ໜັງສືພິມ ປະເທດລາວ ສະບັບອອກວັນທີ 21 ກຸມພາ ກໍໄດ້ລົງບົດຂຽນກ່ຽວກັບບັນດາຜົນງານທີ່ພົ້ນເດັ່ນໃນການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ ລາວ - ຫວຽດນາມ ໃນທຸກຂົງເຂດ ໃນປີີ 2018.       ພິເສດ, ຍັງມີບົດຂຽນ ຖືວ່າ: ການຢ້ຽມຢາມລາວ ຢ່າງເປັນທາງການຄັ້ງທໍາອິດ ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຂອງ ທ່ານ ຫງວຽນຝູຈ້ອງ ແມ່ນເຫດການການເມືອງມີຄວາມສໍາຄັນເປັນພິເສດ. ການຢ້ຽມຢາມ ສືບຕໍ່ຢັ້ງຢືນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ຈະເປັນຊັບສົມບັດອັນລໍ້າຄ່າຂອງສອງປະເທດຕະຫຼອດການ, ແມ່ນກໍາລັງຊຸກຍູ້, ຮັບປະກັນຄວາມຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ.

        ນອກຈາກນັ້ນ, ບັນດາໜັງສືພິມໃຫຍ່ຂອງລາວ ຄື Vientiane Times (ສະບັບພາສາອັງກິດ), ລາວ ພັດທະນາ ລ້ວນແຕ່ລົງພິມບົດຂຽນໃນໜ້າທໍາອິດ ໃຫ້ຂໍ້ສັງເກດຂອງເຈົ້າໜ້າທີ່ລັດຖະບານ ລາວ ກ່ຽວກັບຜົນງານການຮ່ວມມືລະຫວ່າງສອງປະເທດ ລາວ - ຫວຽດນາມ ໃນໄລຍະຜ່ານມາ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ