ການຢ້ຽມຢາມສະຫະພັນລັດເຊຍຂອງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ ແມ່ນບາດລ້ຽວທີ່ສຳຄັນ

ການຢ້ຽມຢາມສະຫະພັນລັດເຊຍຂອງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ ແມ່ນບາດລ້ຽວທີ່ສຳຄັນ - ảnh 1
​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຫງວຽນ​ແທງ​ເຊີນ ຕອບ​ສຳ​ພາດ​ຕໍ່ ນັກ​ຂ່າວVOV

(vovworld) - ກ່ອນ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ​ ຂອງ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ນັກ​ຂ່າວ VOV ປະຈຳ ສະຫະພັນ​ລັດ​ເຊຍ​ ໄດ້​ສຳພາດ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ​ປະຈຳ ສະຫະພັນ​ລັດ​ເຊຍ ຫງວຽນ​ແທງ​ເຊີນ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ທ່ານເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ຊີ້​ແຈ້ງວ່າ: ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ​ ຂອງ​ເລຂາທິການ​ໃຫຍ່ ​ຫງວຽນ​ຟູ໋ຈ້ອງ ​ແມ່ນ​ບາດ​ລ້ຽວທີ່​ສຳຄັນ, ຂີດ​ໝາຍ​ຄວາມ​ປາຖະໜາ​ຂອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ທີ່​ຢາກ​​ໃຫ້ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ຫວຽດນາມ - ສະຫະພັນ​ລັດ​ເຊຍ​ ເໝາະ​ສົມ​ກັບ​ລະດັບ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ ​ເຊິ່ງລັດຖະບານ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ນຳ​ກັນ. ປະຈຸ​ບັນ​ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ​ແລ້ວ. ທ່ານເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ຊີ້​ແຈ້ງວ່າ:

ພວກ​ຂ້າພະ​ເຈົ້າ​ຖື​ວ່າ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ການ​ທະຫານ​ລະຫວ່າງ​ສອງ​ປະ​ເທດ​ແມ່ນ​ດີ​ທີ່​ສຸດ, ການ​ຮ່ວມ​ມື​ດ້ານ​ສຶກສາ​ບຳລຸງ​ສ້າງ​ກໍ່​ດີ​ທີ່​ສຸດ. ສະຫະພັນ​ລັດ​ເຊຍ​ ສະ​ແດງ​ເຈດ​ຕະນາ​ດີ​ໃນ​ການ​ສືບຕໍ່​ບຳລຸງ​ສ້າງ​ຖັນ​ແຖວ​ນັກວິທະຍາສາດ, ​ເຕັກນິກ​, ປັນຍາ​ຊົນໜຸ່ມ​ໃຫ້​ແກ່​ຫວຽດນາມ​ຄື​ໃນ​ສະ​ໄໝ​ໂຊ​ວຽກ​ ​ກ່ອນນີ້. ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ​ພວມ​ປຶກສາ​ຫາລື​ເພື່ອ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວຄະ​ເລຍ​ນິງທ້ວນ.

ທ່ານເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ​ ​ໃຫ້​ຮູ້​ວ່າ: ປະຊາ​ຄົມ​ຊາວຫວຽດນາມ ​ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ​ ໃນ​ປະຈຸ​ບັນ ​ແມ່ນ​ກຳລັງ​ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ພື້ນຖານ​ເສດຖະກິດ​ຂອງ​ສະຫະພັນ​ລັດ​ເຊຍ.


ຂ່າວ/ບົດ​ອື່ນ