ການຢ້ຽມຢາມເອີຣົບຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ມີຄວາມໝາຍທີ່ສຳຄັນ

(VOVWORLD) - ທ່ານນາງ ຫງ໋ວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF) ດາວອດ ຄັ້ງທີ 54 ຈັດຂຶ້ນໃນລະຫວ່າງ ວັນທີ 15-19 ມັງກອນ 2024 ດ້ວຍຫົວຂໍ້ “ສ້າງຄວາມເຊື່ອໝັ້ນຄືນໃໝ່”.
ການຢ້ຽມຢາມເອີຣົບຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ມີຄວາມໝາຍທີ່ສຳຄັນ - ảnh 1ທ່ານນາງ ຫງ໋ວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ

 

ເນື່ອງໃນໂອກາດ ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF) ດາວອດ 2024, ຢ້ຽມຢາມ ຮົງກາລີ ແລະ ລູມາເນຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 16-23 ມັງກອນ, ວັນທີ 14 ມັງກອນ, ທ່ານນາງ ຫງ໋ວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບສຳພາດນັກຂ່າວກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຄັ້ງນີ້.

        ທ່ານນາງ ຫງ໋ວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF) ດາວອດ ຄັ້ງທີ 54 ຈັດຂຶ້ນໃນລະຫວ່າງ ວັນທີ 15-19 ມັງກອນ 2024 ດ້ວຍຫົວຂໍ້ “ສ້າງຄວາມເຊື່ອໝັ້ນຄືນໃໝ່”. ກອງປະຊຸມແມ່ນໂອກາດເພື່ອໃຫ້ ຫວຽດນາມ ເພີ່ມທະວີການແລກປ່ຽນ, ຊຸກຍູ້ການຮ່ວມມືກັບ ສະວິດ ແລະ ບັນດາຄູ່ຮ່ວມມື, ອົງການຈັດຕັ້ງສາກົນ, ເຮັດໃຫ້ສາຍພົວພັນໃນຫຼາຍຂົງເຂດເລິກເຊິງກວ່າເກົ່າ, ພິເສດແມ່ນຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງ ກອງປະຊຸມໃຫ່ຍພັກຄອມມູນິດ ຫວຽດນາມ ທົ່ວປະເທດ ຄັ້ງທີ XIII ຢ່າງມີປະສິດທິຜົນ.

ທ່ານນາງ ຫງ໋ວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ການຢ້ຽມຢາມ ຮົງກາລີ ແລະ ລູມາເນຍ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ຈະດຳເນີນຫຼັງຈາກສຳເລັດກອງປະຊຸມ WEF ທີ່ດາວອດ. ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ຈະມີບັນດາການພົບປະເຈລະຈາ, ແລກປ່ຽນ, ເຮັດວຽກກັບບັນດາການນຳຂັ້ນສູງຂອງ ຮົງກາລີ ແລະ ລູມາເນຍ, ຢ້ຽມຢາມບັນດາທ້ອງຖິ່ນ, ມະຫາວິທະຍາໄລ, ສູນຄົ້ນຄ້ວາ, ວິສາຫະກິດ, ພົບປະກັບສະມາຄົມມິດຕະພາບ ຫວຽດນາມ ຮົງກາລີ ແລະ ລູມາເນຍ, ພົບປະວົງຄະນາຍາດຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ສອງປະເທດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ