ການວາງລະເບີດ 2ຄັ້ງຢ່າງລຽນຕິດກໍ່ຄວາມລົ້ມຫາຍຕາຍຈາກຢູ່ນະຄອນຫຼວງຈາກາກຕາ

(VOVWORLD) - ເຫດວາງລະເບີດຄັ້ງທີ 2 ເກີດຂຶ້ນຖັດຈາກຄັ້ງທີໜຶ່ງ 2 ນາທີ.

ການວາງລະເບີດ 2ຄັ້ງຢ່າງລຽນຕິດກໍ່ຄວາມລົ້ມຫາຍຕາຍຈາກຢູ່ນະຄອນຫຼວງຈາກາກຕາ - ảnh 1 ສະຖານທີ່ເກີດເຫດ

(ພາບ: Twitter/CNA)

ຕອນຄ່ຳວັນທີ 24 ພຶດສະພາ, ການວາງລະເບີດ 2 ຄັ້ງຢ່າງລຽນຕິດເກີດຂຶ້ນຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ ໄດ້ກໍ່ຄວາມລົ້ມຫາຍຕາຍຈາກຕໍ່ສາມັນຊົນ. ຕາມຕຳຫຼວດ ອິນໂດເນເຊຍ ແລ້ວ, ການລະເບີດຄັ້ງທຳອິດເກີດຂຶ້ນໃນເວລາ 9 ໂມງຄ່ຳຢູ່ຄິວລົດ Kampung Melayu ຢູ່ພາກຕາເວັນອອກ ຈາກາກຕາ. ເຫດວາງລະເບີດຄັ້ງທີ 2 ເກີດຂຶ້ນຖັດຈາກຄັ້ງທີໜຶ່ງ 2 ນາທີ. ຕຳຫຼວດໃຫ້ຮູ້ວ່າການລະເບີດດັ່ງກ່າວອາດຈະແມ່ນການວາງລະເບີດສະຫຼະຊີບ. ຕາມການສະຖິຕິໃນເບື້ອງຕົ້ນແລ້ວ, ມີຢ່າງໜ້ອຍສຸດ 5 ຄົນເສຍຊີວິດ, ໃນນັ້ນມີຜູ້ວາງລະເບີດສະຫຼະຊີບ ແລະ ຕຳຫຼວດ ກໍ່ຄືສາມັນຊົນບາງຄົນຖືກຮັບບາດເຈັບ.

ໃນຖະແຫຼງການໜຶ່ງພາຍຫຼັງເຫດລະເບີດ, ທ່ານປະທານາທິບໍດີ ອີນໂດເນເຊຍ Joko Widodo ຢັ້ງຢືນວ່າ ບັນດາເຈົ້າໜ້າທີ່ຈະ “ລົງໂທດຢ່າງແຮງ” ໃສ່ທຸກໆກຳລັງຝ່າຍຄ້ານ ທີ່ນາບຂູ່ເຖິງສະຖຽນລະພາບຂອງ ອິນໂດເນເຊຍ, ພ້ອມທັງຮຽກຮ້ອງນ້ຳໃຈສາມັກຄີຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ