ການວາງ​ລະ​ເບີດ​ ຢູ່​ພາກ​ໃຕ້​ປະ​ເທດ​ໄທ

ການວາງ​ລະ​ເບີດ​ ຢູ່​ພາກ​ໃຕ້​ປະ​ເທດ​ໄທ - ảnh 1
ສະພາບການຢູ່ໄທ

(ພາບ:vietnamnet.vn)

( vovworld ) ​ວັນ​ທີ 1/4, ນາຍ​ພົນພຣຽງພັນ ດາ​ມາ​ພົງ ຜູ້ນຳ​ໜ້າ​ກຳລັງ​ຕຳຫຼວດ​ແຫ່ງ​ຊາດ​ໄທ ​ໄດ້​ຮັບ​ຮູ້​ວ່າ ສາຍ​ເຫດ​ຂອງ​ເຫດ​ໄຟ​ໄໝ້​ຢູ່​ໂຮງ​ແຮມ Lee Garden ຢູ່​ນະຄອນ​ຫາກ​ໃຫ່ຍ ​ເມື່ອ​ວັນ​ທີ 31/3 ​ແມ່ນ​ຍ້ອນ​ການວາງ​ລະ​ເບີດ​ຢູ່​ລົດ​ໂອ​ໂຕ. ​ເຫດການ​ດັ່ງກ່າວ​​ໄດ້​ເຮັດ​ໃຫ້ຢ່າງ​ໜ້ອຍ​ສຸດ 3 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນມີ​ແຂກ​ທ່ອງ​ທ່ຽວ​ຊາວ​ມາ​ເລ​ເຊຍ​ຜູ້ 1 ​ແລະ ອີກ​ນັບ​ຮ້ອຍ​ຄົນ​ຖືກ​ບາດ​ເຈັບ. ຕາມນາຍ​ພົນພຣຽງພັນ ດາ​ມາ​ພົງ ແລ້ວ, ​ເຫດການ​ວາງ​ລະ​ເບີດ​​ແນໃສ່​​ໂຮງ​ແຮມ Lee Garden ມີ​ການ​ກ່ຽວຂ້ອງ​ເຖິງ​ບັນດາ​ເຫດ​ວາງລະ​ເບີດ​ຢູ່​ແຂວງ​ຢາ​ລາ ​ໃນ​ວັນ​ທີ 31/3 ​ແລະ ​ໂດຍ​ກຸ່ມ​ກໍ່​ການ​ຮ້າຍກຸ່ມ 1 ປະຕິບັດ. ​ເຫດ​ວາງ​ລະ​ເບີດ​ກໍ່​ການ​ຮ້າຍແນໃສ່​​ໂຮງ​ແຮມ Lee Garden ​ໄດ້​ເກີດ​ຂຶ້ນ​ໃນ​ມື້​ດຽວ ກັບ​ເຫດ​ວາງ​ລະ​ເບີດ 3 ຄັ້ງຢ່າງ​ລຽນຕິດ​ຢູ່​ໃຈກາງ​ແຂວງ​ຢາ​ລາ ທາງ​ທິດ​ໃຕ້​ສຸດ​ຂອງ​ໄທ ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 10 ຄົນ​ເສຍ​ຊີວິດ ​ແລະ ອີກ 117 ຄົນ​ຖືກ​ບາດ​ເຈັບ, ​ໃນ​ນັ້ນມີ​ບັນດາ​ຜູ້​ຖື​ສາສະໜາ​ພຸດ, ສາສະໜາ​ອິດສະ​ລາມ, ​ເດັກນ້ອຍ ​ແລະ​ ຜູ້​ເຖົ້າ. ຕຳຫຼວດ​ໄທ​ ໄດ້​ກ່າວ​ຜູກ​ໂທດ​ບັນດາ​ທະຫານ​ກະບົດ​ໄທ  ​ແມ່ນ​ຜູ້​ປະຕິບັດ​ບັນດາ​ເຫດ​ວາງລະ​ເບີດ​ດັ່ງກ່າວ.


ຂ່າວ/ບົດ​ອື່ນ