ການວາງລະເບີດຢູ່ ຊີຣີ ເຮັດໃຫ້ 10 ຄົນເສຍຊີວິດ

 ການວາງລະເບີດຢູ່ ຊີຣີ ເຮັດໃຫ້ 10 ຄົນເສຍຊີວິດ - ảnh 1
(ພາບ:hanoimoi.com.vn)

( vovworld ) – ວັນ​ທີ 20/4, ກຸ່ມ​ກໍ່​ການ​ຮ້າຍ​ປະກອບ​ອາວຸດ​ກຸ່ມ 1 ​ໄດ້​ວາງ​ລູກ​ລະ​ເບີດ​ທີ່​ມີນ້ຳໜັກ 100 kg ຢູ່ Sahm al Jolan ຂຶ້ນ​ກັບ​ພາກ​ໃຕ້​ປະ​ເທດ​ນີ້ ຊື່​ງ​ໄດ້​ເຮັດ​ໃຫ້​ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ 10 ຄົນ​ເສຍຊີວິດ. ​ເຫດການ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ກົງ​ກັບ​ຈຸດ​ເວລາ​ທີ່​ປະຊາ​ຄົມ​ໂລກ​ພວມ​ຊອກ​ຫາ​ວິທີ​ກໍ່​ກຳລັງ​ດັນ​ຕໍ່​ລະບອບ​ກຳ​​ອຳນາດ​ຢູ່ ຊີຣີ ຕ້ອງ​ປະຕິບັດ​ຄຳສັ່ງຢຸດ​ຍິງ​ ຊື່​ງ​ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 12/4 ທີ່​ຜ່ານ​ມາ. ​ໃນ​ວັນ​ດຽວກັນ, ລັດ​ເຊຍ​ໃຫ້​ຮູ້​ວ່າ ​ເບິ່ງ​ລວມ​ແລ້ວ ຄຳ​ສັ່ງ​ຢຸດ​ຍິງ​ຍັງ​ໄດ້​ຮັບ​ການປະຕິບັດ​ຢູ່ ຊີຣີ ຢູ່. ຕາມ​ມົດ​ສະ​ກູ​ແລ້ວ, ຄຳ​ສັ່ງ​ຢຸດ​ຍິງ​ຄວນ​ໄດ້​ຮັບ​ຖື​ວ່າ ​ປະສົບ​ຜົນສຳ​ເລັດ, ຂະນະ​ທີ່​ຍັງ​ປົກ​ປ້ອງ ຊີຣີ ຫຼີ​ກລ້ຽງ​ເສິກ​ກາງ​ເມືອງ​ແຜ່​ລາມ​ຢ່າງ​ກ້ວາງ​ຂວາງ. ຄຳ​ວິຈານ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ທີ່​ທ່ານ​ນາງ Hillary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ​ ອາ​ເມ​ລິ​ກາ ​ໄດ້​ຮຽກຮ້ອງ​​ໃຫ້​ສະພາ​ຄວາມ​ໝັ້ນຄົງ ສະຫະ​ຫະຊາ​ຊາດ ຕ້ອງຖື​ປະທານາທິບໍ​ດີ​ ຊີຣີ Bashar al Assad ​ເປັນ​ໄພ​ນາບ​ຂູ່​ຕໍ່ສັນຕິພາບ, ພ້ອມ​ທັງ​ຊຸກຍູ້​ສະພາ​ຄວາມ​ໝັ້ນຄົງ ສະຫະ​ຫະຊາ​ຊາດ ຕ້ອງ​ມອບ​ສິດ​ປະຕິບັດບັນດາ​ມາດ​ຕະການ​ລົງ​ໂທດທີ່​ເຂັ້ມງວດ​ກ່ວາ​ອີກ ຕໍ່​ກັບ​ອຳນາດ​ການ​ປົກຄອງ Damascus.

 

 

 

 

 

ຂ່າວ/ບົດ​ອື່ນ