ການວາງລະເບີດຢູ່ ພາກໃຕ້ຂອງໄທ

ການວາງລະເບີດຢູ່ ພາກໃຕ້ຂອງໄທ - ảnh 1
ເຫດ​ວາງ​ລະ​ເບີດ​ຢູ່ແຂວງ  ປັດຕະນີ
(ພາບ: AP)


(vovworld) –  ​ໄດ້​ມີຜູ້ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 10 ຄົນ​ ​ແລະ ລົດ​ຈັກ​ກວ່າ 60 ຄັນ​ຖືກ​ທຳລາຍ​ໃນ​ເຫດ​ວາງ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/05, ຢູ່​ສະຖານ​ທີ່ຈອດ​ລົດ​ຂອງ​ໂຮງໝໍ ​ໂກ໋ກ​​ໂພ, ​ແຂວງ  ປັດຕະນີ, ທາງ​ພາກ​ໃຕ້​ຂອງ​ໄທ.
    ຕຳຫຼວດ​ໃຫ້​ຮູ້​ວ່າ, ​ເຄື່ອງ​ອຸປະກອນ​ລະ​ເບີດ​ຖືກ​ມ້ຽນໃນ​ລົດຈັກ​ຄັນ​ໜຶ່ງ ​ແລະ ຖືກ​ກະຕຸກ​ໃຫ້​ລະ​ເບີດ​ດ້ວຍ​ໂທລະສັບ​ມື​ຖື. ທ່ານ ນາ​​ໂຣງ ສະຫະ​ເມທາ​ທັດ, ​ເຈົ້າ​ໜ້າ​ທີ່​ກະຊວງ​ສາທາລະນະ​ສຸກ​ໄທ ​ໃຫ້​ຮູ້​ວ່າ, ​ຜູ້​ຖືກ​ເຄາະ​ຮ້າຍ​ສ່ວນ​ຫຼາຍແມ່ນ​ຄົນ​ເຈັບ ຫຼື ຍາດຕິ​ພີ​ນ້ອງ​ຂອງ​ຄົນ​ເຈັບ​ທີ່​ພວມ​ປິ່ນປົວ​ພະຍາດຢູ່​ໂຮງໝໍ​ນີ້, ​ໃນ​ນັ້ນ​ມີ 3 ຄົນ​ຖືກ​ບາດ​ເຈັບ​ໜັກ. ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ທຳ​ອິດ​ແນ​ໃສ່​ຮາກ​ຖານ​ສາທາລະນະ​ສຸກ​ຂອງ​​ໄທ ​ແລະ ນີ້ກໍ່​ແມ່ນ​ການ​ບຸກ​ໂຈມ​ມີ​ໃໝ່​ສຸດ​ທີ່​ເກີດ​ຂຶ້ນ ນັບ​ແຕ່​ເມື່ອ​ປະ​ເທດ​ນີ້​ອອກ​ຄຳ​ສັ່ງ​ສະພາວະ​ສຸກ​ເສີນ ພາຍຫຼັງ​ກອງທັບ​ດຳ​ເນີນ​ການ​ລັດຖະປະຫານ​ເມື່ອ​ວັນ​ທີ 22/05.
ຂ່າວ/ບົດ​ອື່ນ