ການວາງລະເບີດຢູ່ພາກ ໃຕ້ຂອງໄທເຮັດໃຫ້ຫຼາຍ ຄົນຖືກບາດເຈັບລົ້ມຕາຍ


ການວາງລະເບີດຢູ່ພາກ ໃຕ້ຂອງໄທເຮັດໃຫ້ຫຼາຍ ຄົນຖືກບາດເຈັບລົ້ມຕາຍ - ảnh 1
ການ​ວາງ​ລະ​ເບີດ​ຢູ່​ຢາ​ລາ

 (ພາບ: AP)

 (vovworld)- ​​ວັນ​ທີ 6/4, ຢູ່​​ແຂວງ​ຢາ​ລາ ທາງ​ພາກ​ໃຕ້​ປະ​ເທດ​ໄທ, ​ໄດ້​​ເກີດ​ເຫດ​ວາງ​ລະ​ເບີດ 4 ຄັ້ງ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 1 ຄົນ​ເສຍ​ຊີວິດ ​ແລະ ອີກ 14 ຄົນ​ຖືກ​ບາດ​ເຈັບ. ​ເຫດ​ວາງ​ລະ​ເບີດ​ຍັງ​ເຮັ​​ດໃຫ້​ຕຶກ​ອາຄານ​ນັບ​ສີ​ບຫຼັງ​ຖືກ​ທຳລາຍ. ນັກຮົບ ​ແລະ ຕຳຫຼວດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ໄວວາ​ຢູ່​ອ້ອມ​ແ​ອ້ມ​ເຂດ​ຖືກ​ວາງລະ​ເບີດ​ເພື່ອ​ຕາມ​ລ່າ​ຜູ້​ດຳ​ເນີນ​ເຫດ​ວາງ​ລະ​ເບີດ. ຢາ​ລາ ​ແມ່ນ​ແຂວງ 1 ​ໃນ​ຈຳນວນ​ 3 ​ແຂວງ​ທາງ​ພາກ​ໃຕ້​ຂອງ​ໄທ, ພ້ອມ​ກັບ​ແຂວງ​ປັດຕະນີ ​ແລະ ນາຣາທິວັດ ​​ເຄີຍ​ເປັນ​ເປົ້າໝາຍບຸກ​ໂຈມ​ຕີ​ຂອງ​ບັນດາ​ມື​ປືນ​ລຸກ​ຮຶ້ນຂຶ້ນ​ເປັນ​ປະຈຳ​ໃນ​ກ່ວາ 1 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ​ເຮັດ​ໃຫ້​ກ່ວາ 6000 ຄົນ​ເສຍ​ຊີວິດ./.

ຂ່າວ/ບົດ​ອື່ນ