ການວາງລະເບີດຢູ່ອາບການິສະຖານ ແລະ ອີຮັກ ເຮັດໃຫ້ມີຜູ້ເສຍຊີວິ ແລະ ຮັບບາດເຈັບນັບຮ້ອຍຄົນ

ການວາງລະເບີດຢູ່ອາບການິສະຖານ ແລະ ອີຮັກ ເຮັດໃຫ້ມີຜູ້ເສຍຊີວິ ແລະ ຮັບບາດເຈັບນັບຮ້ອຍຄົນ - ảnh 1
ການວາງ​ລະ​ເບີດ​ຢູ່​ອາບ​ກາ​ນິສະຖານ ​ແລະ ອີ​ຮັກ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິ ​ແລະ ຮັບ​ບາດ​ເຈ​ັບນັບ​ຮ້ອຍ​ຄົນ
(ພາບ: ສຳນັກຂ່າວສານ ຊິນຮວາ)

​(vovworld) – ໂຄ​ສົກ​ອຳນາດ​ການ​ປົກຄອງ​ແຂວງ Kandaha ທາງ​ພາກ​ໃຕ້​ອາບ​ກາ​ນິດ​ສະຖານ, ​ໃຫ້​ຮູ້​ວ່າ ລະ​ເບີດ​ສອງ​ໜ່ວຍ​ລະ​ເບີດ​ຢ່າງ​ລຽນຕິດ ​ເຮັດ​ໃຫ້​ນະຄອນ​ສັ່ນ​ສະ​ເທືອ​ນ​ໃນ​ຄຳ່​ຄືນ​ວັນ​ທີ 17/5. ​ເຫດ​ວາງລະ​ເບີ​ດນີ້​ພາ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ​ແມ່ນ 9 ຄົນ ​ແລະ 55 ຄົນ​ຮັບ​ບາດ​ເຈ​ັບ. ລະ​ເບີດ​ສອງ​ໜ່ວຍ​ຖືກ​ວາງ​ໃນ​ລົດ​ໃຫຍ່​ທີ່​ຈອດ​ຢູ່​ເຂດ Hyno ຂຶ້ນ​ກັບ​ເມືອງ​ເອກ​ແຂວງ Kandaha ​ແລະ​ເລັ່ງ​ໃສ່​ກອງ​ພິທັກ​ຮັກສາ ທີ່​ພວມ​ລາດຕະ​ເວນ​ຢູ່​ເຂດ​ດັ່ງກ່າວ. ລາຍ​ງານ​ໃນ​ເບື້ອງ​ຕົ້ນ​ໃຫ້​ຮູ້​ວ່າ ຜູ້​ທີ່​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈ​ບລວມມີ​ຕຳ​ຫຼວດ 11 ຄົນ ​ແລະ ສາມັນ​ຊົນ 53 ຄົນ. ລະ​ເບີດ​ໜ່ວຍທີ 2 ​ແມ່ນວາງ​ລະ​ເບີດ​ຕາມ​ຮູບ​ການສະຫຼະ​ຊີບ. ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ໜ່ວຍ​ປະກອບ​ອາວຸດ​ໃດໆ​ຮັບຜິດຊອບ​ຕໍ່​ເຫດ​ດັ່ງກ່າວ, ​ແຕ່​ກຳລັງ​ຕາ​ລີ​ບານ ຖືກສົງ​ໃສ​ວ່າ​ໄດ້​ຢືນ​ຢູ່​ເບື້ອງ​ຫຼັງ​ເຫດ​ວາງ​ລະ​ເບີດ​ທັງ​ສອງ​ທີ່​ກ່າວ​ມາ​ຂ້າງ​ເທິງ.

ວັນ​ທີ 17/5, ວົງ​ການ​ເຈົ້າ​ໜ້າ​ທີ່​ອີ​ຮັກ​ໃຫ້​ຮູ້​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຖືກ​ບາດ​ເຈ​ບ​ໃນ​ເຫດ​ວາງ​ລະ​ເບີດ​ຫຼາຍ​ຄັ້ງ​ຢູ່​ອີ​ຮັກ​ໃນ​ວັນ​ດຽວ​ກັນ​ໄດ້​ຂຶ້ນ​ເຖິງ 221 ຄົນ, ​ໃນ​ນັ້ນ​ມີ 73 ຄົນ​ເສຍ​ຊີວິດ ​ແລະ 148 ຄົນ​ຖືກ​ບາດ​ເຈັ​ບ.

 

ຂ່າວ/ບົດ​ອື່ນ