ການວາງລະເບີດຢ່າງ ລຽນຕິດຢູ່ອີຣັກ


ການວາງລະເບີດຢ່າງ ລຽນຕິດຢູ່ອີຣັກ - ảnh 1
ສະຖານ​ທີ່​ເກີດ​ເຫດ​ຢູ່
Kirkuk

(ພາບ: Reuters)

(vovworld) -​ວັນ​ທີ 23/8, ລົດ​ໂອ​ໂຕ 3 ຄັນ​ຖືກ​ວາງ​ລະ​ເບີດ​ຢ່າງ​ລຽນຕິດ​ຢູ່​ນະຄອນ Kirkuk ທາງ​ພາກ​ເໜືອ​ອີຣັກ ຊື່​ງ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 21 ຄົນ​ເສຍ​ຊີວິດ ​ແລະ ອີກ 118 ຄົນ​ຖືກ​ບາດ​ເຈັບ. ບັນດາ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ສະພາບ​ການ​ທະຫານ​ລັດຖ​ະບານ ​ແລະ ກຳ​ລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຊາວ​ເກີດ​ພວມ​ປະ​ທະ​ກັບ​ບັນດາ​ມື​ປືນ​ສັງກັດ​ກຳລັງ​ລັດ​ອິດ​ຊະລາ​ມ ຊື່​ງ​ແມ່ນ​ກຳລັງ​ໄດ້​ເປີດ​ບັ້ນບຸກ​ໂຈມ​ຕີ​ເມື່ອ​ເດືອນ 6/2014 ຜ່ານ​ມາ ​ແລະ ​ໄດ້​ຄວບ​ຄຸມ​ຫຼາຍ​ເຂດ​ທີ່​ກ້ວາງ​ຂວາງ​ຢູ່ 5 ​ແຂວງ​ຂອງ​ອີຣັກ.

  ​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ຂອງ​ກຳລັງ​ຊາວ​ເກີດ​ຢູ່​ອີຣັກ ​ໃຫ້​ຮູ້​ວ່າ: ກຳລັງ​ນີ້​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​​ໃນ​ການ​ສຸ​ຢັນ​ກັບ​ບັນດາ​ມື​ປືນສັງກັດ​ກຳລັງ​ລັດ​ອິດ​ຊະລາ​ມ ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ຍາດ​ໄດ້ບັນດາ​ໄຊຊະນະ​ໃນ​ເບື້ອງ​ຕົ້ນ ​ໃນ​ນັ້ນມີ​ເລື່ອງ​ຍາດ​ຄືນ​ເຂື່ອນ​ຍຸດ​ທະ​ສາດ Mosul ພາຍຫຼັງ​ມີ​ການ​ໜູນ​ຫຼັງ​ຂອງ​ບັນດາ​ເຮືອບິນ​ສູ້​ຮົບ​ອາ​ເມ​ລິ​ກາ./.

ຂ່າວ/ບົດ​ອື່ນ