ການວາງລະເບີດຢ່າງ ລຽນຕິດຢູ່ອີຣັກ ແນ່ໃສ່ກຳລັງຕຳຫຼວດ

ການວາງລະເບີດຢ່າງ ລຽນຕິດຢູ່ອີຣັກ ແນ່ໃສ່ກຳລັງຕຳຫຼວດ - ảnh 1

ການວາງ​ລະ​ເບີດ​ຢ່າງ​ລຽນຕິດ​ຢູ່​ອີຣັກ

(ພາບ:qdnd.vn)

(TTX)- ​ການ​ວາງລະ​ເບີດ​ລົດ​ໂອ​ໂຕຫຼ!ຍຄັ້ງຢ່າງ​ລຽນຕິດ​​​ໃນ​ວັນ​ທີ 30/9 ​ຢູ່​ທົ່ວ​ປະ​ເທດ​ອີຣັກ, ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ​ສຸດ 19 ຄົນ​ ​ແລະ ອີກ​ນັບ​ສີ​ບຄົນ​ຖືກ​ບາ​ດເຈັບ  ຊື່​ງ​ແນ່​ໃສ່​ຕຳຫຼວດ​ເປັນຕົ້ນ. ​ເຫດ​ວາງ​ລະ​ເບີດ​ອັນນອງ​ເລືອດ​ທີ່​ສຸດ​ໄດ້​ເກີດ​ຂຶ້ນ​ຢູ່ Taji ຫ່າງ​ຈາກ​ນະຄອນ​ແບກ​ແດດ ​ໄປ​ທາງ​ທິດ​ເໜືອປະມານ 20 ກມ ​ໃນ​ຂະນະ​ທີ່​ລົດ​ບັນທຸກ​ລະ​ເບີ​ດ 4 ຄັນຖືກ​ລະ​ເບີດຂຶ້ນເຮັ​ດ​ໃຫ້ 8 ຄົນ​ເສຍ​ຊີວິດ ​ແລະ 22 ຄົນຖືກ​ບາດ​ເຈັບ. ບັນດາ​ການ​ບຸກ​ໂຈມ​ຕີ​ດ້ວຍ​ປືນ ​ແລະ ລະ​ເບີດ​ຍັງ​ໄດ້​ເກີດ​ຂຶ້ນ​ຢູ່​ແຫ່ງ​ອື່ນໆຄື​: ນະຄອນ Kut ຫ່າງ​ຈາກ​ນະຄອນ​ແບກ​ແດດ ​ໄປ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້ 160 ກມ ເຮັດ​ໃຫ້​ຕຳຫຼວດ​ຄົນ 1 ​ເສຍ​ຊີວິດ ແລະ 6 ຄົນຖືກ​ບາດ​ເຈັບ. ຢູ່​ອີຣັກ ຍັງ​ເກີດ​ບັນດາ​ການ​ບຸກ​ໂຈມ​ຕີ​ອື່ນໆ​ຫຼາຍ​ຄັ້ງໃນ​ວັນ​ດຽວ​ກັນ. ປະຈຸ​ບັນ, ບໍ່​ທັນ​ມີ​ອົງການ​ຈັດຕັ້ງ​ໃດ​ກ່າວ​ຮັບຜິດຊອບ​ຕໍ່​ການປະຕິບັດ​ບັນດາ​​ເຫດ​ກໍ່​ການ​ຮ້າຍ​ດັ່ງກ່າວ​ເທື່ອ.

ຂ່າວ/ບົດ​ອື່ນ