ການວາງລະເບີດຢ່າງຕໍ່ເນື່ອງຢູ່ອີຣັກ ເຮັດໃຫ້ 60 ຄົນເສຍຊີວິດ

ການວາງລະເບີດຢ່າງຕໍ່ເນື່ອງຢູ່ອີຣັກ ເຮັດໃຫ້ 60 ຄົນເສຍຊີວິດ - ảnh 1
ເຫດວາງລະເບີດລົດໂອໂຕຢູ່ະຄອນຫຼວງ ແບ​ດ​ແດດ
(ພາບ: dantri.com.vn)

(vovworld) – ວັນ​ທີ 10/8, ການວາງ​ລະ​ເບີດ​ຢ່າງ​ລຽນຕິດ​ຢູ່​ບັນ​ດາ​ເຂດ​ທີ່​ມີ​ຊາວ​ມຸດ​ສະລີ​ນ, ນິກາຍ Shitie ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຢູ່​ນະຄອນຫຼວງ ​ແບ​ດ​ແດດ ຂອງ​ອີຣັກ, ​ເຮັດ​ໃຫ້ 50 ຄົນ​ເສຍ​ຊີວິດ ​ແລະ 140 ຄົນ​ຖື​ກບາດ​ເຈັບ. ​ແຫຼ່ງຂ່າວ​ການ​ແພດ ​ແລະ ຕຳຫຼວດ​ໃຫ້​ຮູ້​ວ່າ ​ໄດ້​ເກີດ​ການວາງ​ລະ​ເບີດ 9 ຄັ້ງ ຢູ່​ເຂດ​ຕະຫຼາດ ​ແລະ ຖະໜົນ​ຄ້າຂາຍ​ຢ່າງ​ຄຶກ​ໂຄມ​ໜາ​ແໜ້ນ​ຢູ່​ນະຄອນຫຼວງ​ແບກ​ແດດ, ຄ້າຍຄື​ກັນ​ກັບ​ບັນດາ​ກໍລະນີ​ວາງ​ລະ​ເບີດ​ຢູ່​ນະຄອນ​ນີ້​ເມື່ອ​ວັນ​ທີ 6/8, ​ເຮັດ​ໃຫ້ 50 ຄົນ​ເສຍ​ຊີວິດ.

​ໃນ​ວັນ​ດຽວ​ກັນ, ​ກໍ່ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​​ໃນ​ລົດ​ໂອ​ໂຕ ຢູ່​ຖະໜົນ​ສາຍ​ໜຶ່ງ​ໃນ​ເທດສະບານ Tuz Khurmato, ຫ່າງ​ຈາກ​ແບກ​ແດດ​ ​ໄປ​ທາງ​ທິດ​ເໜືອປະມານ 170 ກມ, ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 10 ຄົນ ​ແລະ 45 ຄົນ​ຖືກ​ບາດ​ເຈັບ.

​ວັນ​ທີ 10/8, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ກ່າວ​ປະນາມ​ພວກ​ປະຕິບັດ​ການວາງ​ລະ​ເບີດທີ່​ນອງ​ເລືອດ​ດັ່ງກ່າວ​ຢູ່​ອີຣັກ ​ແລະ ຖື​ວ່າ​ນີ້​ແມ່ນ “ສັດ​ຕູ​ຂອງ​ສາສະໜາ​ອິດສະ​ລາມ“

 

ຂ່າວ/ບົດ​ອື່ນ