ການວາງລະເບີດຢ່າງລຽນຕິດຢູ່ Boston ປະເທດອາເມລິກາ

ການວາງລະເບີດຢ່າງລຽນຕິດຢູ່ Boston ປະເທດອາເມລິກາ - ảnh 1

(ພາບ: Boston Globe)

(vovworld)- ​ຕອນ​ເຊົ້າວັນ​ທີ  16/4 ຕາມ​ເວລາ​ຫວຽດນາມ, ປະ​ເທດອາ​ເມ​ລິ​ກາ​ຖືກ​ສັ່ນ​ສະ​ເທື​ອນ​ຍ້ອນ​ເຫດ​ວາງ​ລະ​ເບີດສອງ​ຄັ້ງ​ຢ່າງ​ລຽນຕິດທີ່​ການ​ແຂ່ງຂັນ​ແລ່ນ Marthon Boston ຢູ່ລັດ Massachusetts. ຕາມ​ແຫຼ່ງຂ່າວ​ທາງ​ການ​ຈາກ​ຕຳຫຼວດ​ນະຄອນ Boston ​ແລ້ວ, ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 2 ຄົນ ​ແລະ ອີກ 23 ຄົນ​ຖືກ​ບາດ​ເຈັບ. ​ແຕ່​ວ່າ ສື່​ມວນ​ຊົນ​ທ້ອງ​ຖິ່ນ​ພັດໃຫ້​ຮູ້​ວ່າ: ຈຳນວນ​ຜູ້​ເສຍ​ຊີວິດ​ໄດ້​ຂຶ້ນ​ເຖິງ 12 ຄົນ ​ແລະ ກ່ວາ 100 ຄົນ​ຖືກ​ບາດ​ເຈັບ​. ການ​ບໍລິການ​ໂທລະສັບ​ມື​ຖື​ຢູ່ ​Boston ໄດ້ຖືກ​ຕັດ​ໂດຍ​ຊົ່ວຄາວ​ເພື່ອ​ແນ​ໃສ່​ສະກັດ​ກັ້ນລະ​ເບີດ​ແຕກ. ຫຼັງ​ຈາກ​ນັ້ນ, ຕຳຫຼວດ​ນະຄອນ Boston ​ໃຫ້ຮູ້ວ່າ​ໄດ້​ເກີດ​ເຫດ​ລະ​ເບີດ​ແຕກ​ຄັ້ງທີ 3 ຢູ່​ຫໍ​ສະມຸດ John F.Kenedy ຫ່າງ​ຈາກ​ເຫດ​ວາງ​ລະ​ເບີດ​ສອງ​ຄັ້ງດັ່ງກ່າວ​​ໄປ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້ປະມານ 8 ກມ . ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ປະກາດ​ວ່າ: ປະ​ເທດ​ອາ​ເມ​ລິ​ກາ ຈະ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ສະຫງົບ​ທີ່​ຈຳ​ເປັນ. ປະຈຸ​ບັນ, ບໍ່ທັນ​ມີ​ອົງການຈັດຕັ້ງ ຫຼື​ສ່ວນ​ບຸກຄົນ​ໃດ​ກ່າວ​ຮັບຜິດຊອບ​ຕໍ່ບັນດາ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ​ເທື່ອ.

 

ຂ່າວ/ບົດ​ອື່ນ