ການວາງລະເບີດຢ່າງລຽນຕິດຢູ່ອີຣັກ ເຮັດໃຫ້ 100 ຄົນເສຍຊີວິດ ແລະ ຖືກບາດເຈັບ

ການວາງລະເບີດຢ່າງລຽນຕິດຢູ່ອີຣັກ ເຮັດໃຫ້ 100 ຄົນເສຍຊີວິດ ແລະ ຖືກບາດເຈັບ - ảnh 1

(ພາບ:ອິນ​ເຕີ​ແນັດ)

(vovworld)-​ ການວາງ​ລະ​ເບີດ​ລົດ​ໂອ​ໂຕ​ຄັ້ງຕ່າງໆ​ຢ່າງ​ລຽນຕິດ​ໃນວັນ​ທີ 17/2 ຢູ່​ບັນດາ​ເຂດ​ຂອງ​ຊາວ​ມຸດ​ສະ​ລິ​ມນິ​ກາຍ​ຊີ​ອະ ທີ່​ນະຄອນຫຼວງ​ແບກ​ແດດ ຂອງ​ອີຣັກ ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍສຸດ 28 ຄົນ​ເສຍ​ຊີວິດ ​ແລະ ອີກ 80 ຄົນ​ຖືກ​ບາດ​ເຈັບ. ບັນດາ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ເພື່ອ​ແນ່​ໃສ່​ເຂດ​ຕະຫຼາດກາງ​ແຈ້ງ​ຢູ່​ແບກ​ແດດ ​ເປັນຕົ້ນ. ປະຈຸ​ບັນ, ບໍ່​ທັນ​ມີ​ກຸ່ມ​ກໍ່​ການ​ຮ້າຍ​ໃດໆ​ກ່າວ​ຮັບ​ຜິດ​ຊອບ​ຕໍ່​ບັນດາ​ເຫດການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ເທື່ອ ​ແຕ່​ລັດ​ອິດສະ​ລາມ​ອີຣັກ ຊື່​ງ​ແມ່ນ​ສາຂາ​ຂອງ​ເຄືອ​ຂ່າຍ​ອານ​​ເກ​ດາ ຢູ່​ອີຣັກ ​ໄດ້​ປະກາດ​ຈະ​ຍຶດ​ເອົາ​ບັນດາ​ເຂດ​ດິນ​ແດນ​ທີ່​ຖືກ​ຍຶດຄອງຄືນ​ໃໝ່​ໃນ​ການ​ຕໍ່ສູ້​ທີ່​ແກ່ຍາວ​ກັບ​ບັນດາ​ກຳລັງ​ອາ​ເມ​ລິ​ກາ ​ແລະ ອີຣັກ​. ບັນດາ​ເຫດການ​ວາງ​ລະ​ເບີດ​ໄດ້​ເພີ່ມ​ຂຶ້ນ​ນັບ​ແຕ່​ຕົ້ນປີ 2013 ດ້ວຍ​ກະ​ແສ​ບຸກ​ໂຈມ​ຕີ​ສະຫຼະ​ຊີບ​ແນ່​ໃສ່​ບັນດາ​​ເປົ້າໝາຍ​ຂອງ​ຊາວ​ຊີ​ອະ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອີຣັກ.

ຂ່າວ/ບົດ​ອື່ນ