ການວາງລະເບີດຢ່າງລ້ຽນຕິດຢູ່ອີຣັກ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເກືອບ 40 ຄົນ

ການວາງລະເບີດຢ່າງລ້ຽນຕິດຢູ່ອີຣັກ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເກືອບ 40 ຄົນ - ảnh 1
(ພາບປະກອບ)

(vovworld) - ການ​ໃຊ້​ຄວາມ​ຮຸນ​ແຮງສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ອີຣັກ. ວັນ​ທີ 20 ກັນຍາ, ຕຳຫຼວດ ​ແລະ ບັນດາ​ທ່ານໝໍ​ໃຫ້​ຮູ້​ວ່າ ຢ່າງ​ໜ້ອຍ​ສຸດ​ມີ 18 ຄົນ​ເສຍ​ຊີວິດ ​ແລະ 21 ຄົນ​ຖືກ​ບາດ​ເຈັບ ​ໃນ​​ເຫດວາງ​ລະ​ເບີດ​ຢ່າງ​ລ້ຽນ​ຕິດ​ຢູ່​​ໂບດ​ອິດສະ​ລາມ ນິ​ກາຍ Sunni ແຫ່ງ​ໜຶ່ງທີ່ຫ່າງ​ຈາກ​ນະຄອນຫຼວງ ​ແບກ​ແດດ​ ໄປ​ທາງ​ທິດ​ເໜືອ 120 ກມ. ເຫດການ​ໃຊ້​ຄວາມ​ຮຸນ​ແຮງ​​ເກີດ​ຂຶ້ນ​ພຽງ 1 ວັນ ພາຍຫຼັງ​ກຳລັງ​ທີ່​ກ່ຽວຂ້ອງ​ອີຣັກ ພົບ​ເຫັນ​ສົບຜູ້​ຊາຍ 10 ຄົນຖືກ​ຍິງ​ຕາ​ຍຢູ່​ນະຄອນຫຼວງ​ແບກ​ແດດ. ຕາມ​ຕົວ​ເລກ​ສະຖິຕິ​ແລ້ວ, ນັບ​ແຕ່​ຕົ້ນ​ປີ 2013, ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ບັນດາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ຂຶ້ນ​ເຖິງ 4.200 ຄົນ. ກຳລັງ​ທະຫານ​ແຕກ​ທັບ​ຢູ່​ອີຣັກ ​​ເຄີຍ​ດຳ​ເນີນ​ການ​ໃຊ້​ຄວາມ​ຮຸນແຮງ​ແນ​ໃສ່​ຊາວ​ມຸດ​ສະ​ລິ​ມ ນິກາຍ Sunni ​ແລະ Shite, ​ອັນ​ໄດ້​ກໍ່​ຄວາມ​ວິຕົກ​ກັງວົນຈະ​ເກີດ​ການ​ປະ​ທະ​ກັນ​ ເຊິ່ງ​ເຄີຍ​​ເກີດ​ຂຶ້ນ​ນັ້ນ ​ເມື່ອ​ປີ 2006 – 2007 ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ນັບ​ໝື່ນ​ຄົນ.
ຂ່າວ/ບົດ​ອື່ນ