ການວາງລະເບີດຢ່າງຮ້າຍແຮງຢູ່Nigeria

ການວາງລະເບີດຢ່າງຮ້າຍແຮງຢູ່Nigeria - ảnh 1
ພາບ​ປະ​ກອບ

 (vovworld) – ຢ່າງ​ໜ້ອຍ​ສຸດ​ມີ 20 ຄົນ​ເສຍ​ຊີ​ວິດ ແລະ ນັບ​​ສິບໆ​ຄົນ​ຖືກ​​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີດ​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 22/12, ຢູ່​ສະ​ຖາ​ນີ​ລົດ​ເມ​​ທີ່​ນະ​ຄອນ Gombe, ທາງ​ທິດ​ຕາ​ເວັນ​ອອກ​ສ່​ຽງ​ເໜືອ Nigeria. ຕາມ​ອົງ​ການກວດ​ກາ​ໄພ​ພິ​ບັ​ດ​ແຫ່ງ​ຊາດ Nigeria ແລ້ວ, ລູກ​ລະ​ເບີດ​ຖືກ​ລະ​ເບີດ​ຂຶ້ນ​ໃກ້​ກັບ​ລົດ​ເມ​ຄັນ​ໜຶ່ງ​ທີ່​​ມີ​ຜູ້​ໂດຍ​ສານ​ເປັນ​ຈຳ​ນວນຫຼ​າຍ​ໃນ​ເວ​ລາ 11 ໂມງ​ເຊົ້າ (ຕາມ​ເວ​ລາ​ທ້ອງ​ຖິ່ນ). ສະ​ພາ​ກາ​ແດງ Nigeria ໃຫ້​ຮູ້​ວ່າ: ພາ​ລະ​ກອນ​ໄດ້​ຍົກ​ຍ້າຍ​ຊາກ​ສົບ​​ຂອງ 20 ​ຄົນ​ອອກ​ຈາກ​ສະ​ຖານ​ທີ່​ເກີດ​ເຫດ, ໃນ​ຂະ​ນະ​ນັ້ນ, ມີ 21 ຄົນ​ໄດ້​ສົ່ງ​ໄປ​ພະ​ຍາ​ບານ​ສຸກ​ເສີນ. ປະ​ຈຸ​ບັນ, ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ບໍ່​ທັນ​ກຳ​ນົດ​ມີ​ເປົ້າ​ໝາຍ​ວາງ​ລະ​ເບີດ​ສະຫຼະ​ຊີບ​ໃນ​ເຫດ​ການບ​ຸກ​ໂຈມ​ຕີນີ້ຫຼືບໍ່?


ຂ່າວ/ບົດ​ອື່ນ