ການວາງລະເບີດລົດໂອໂຕຢູ່ລີບີ

ການວາງລະເບີດລົດໂອໂຕຢູ່ລີບີ - ảnh 1

(ພາບ: soha.vn)

(vovworld)- ​ວັນ​ທີ 13/5, ​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ລົດ​ໂອ​ໂຕ​ຢູ່​ມໍ່​ກັບ​ໂຮງໝໍ Al Jala Benghazi ທາງ​ທິດຕາ​ເວັນ​ອອກ​ລີ​ບີ ຊື່​ງ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 15 ຄົນ​ເສຍ​ຊີວິດ ​ແລະ ອີກ 30 ຄົນ​ຖືກ​ບາດ​ເຈັບ. ຕາມ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ລີ​ບີ ​Badullah Masoud ແລ້ວ, ນັ້ນພຽງ​ແຕ່​ແມ່ນ​ການ​ສະຖິຕິ​ໃນ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ ​ແລະ ​ເຫດ​ວາງ​ລະ​ເບີດ​ໄດ້​ກໍ່​ຜົນ​ເສຍ​ຫາຍ​ອັນ​ໜັກໜ່ວງ​ໃຫ້​ແກ່​ໂຮງໝໍ​ແຫ່ງ​ດັ່ງກ່າວ.

   ກ່ອນ​ໜ້ານັ້ນ, ​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ຢູ່ປ້ອມ​ຕຳຫຼວດ​ 4 ​ແຫ່ງ​ຢູ່​ນະຄອນ​ນີ້​ ອັນ​ໄດ້​ກໍ່​ຜົນ​ເສຍ​ຫາຍ​ຫຼາຍ​ຢ່າງ​ແຕ່​ບໍ່​ມີ​ຜູ້​ຖືກ​ບາດ​ເຈັບ​ລົ້ມຕາຍ. ນອກຈາກ​ນັ້ນ​ແມ່ນ​ໄດ້ເກີດ​ການ​ບຸກ​ໂຈມ​ຕີ ​ແລະ ລອບ​ສັງຫານ​ຄັ້ງຕ່າງໆ​ແນ່​ໃສ່​ບັນດາ​ເຈົ້າໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່ Benghazi. ອຳນາດ​ກາ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ກ່າວ​ຫາ​ວ່າ​ບັນດາ​ພາກສ່ວນ​ຫົວ​ຮຸນ​ແຮງ​ແມ່ນ​ຜູ້​ກໍ່​ເຫດການ​ໃຊ້​ຄວາມ​ຮຸນ​ແຮງຄັ້ງຕ່າງໆ​ຢູ່ Benghazi.

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ