ການວາງລະເບີດສະຫຼະຊີບກໍ່ຄວາມບາດເຈັບລົ້ມຕາຍເປັນຈຳນວນຫຼາຍຢູ່ອາບການິດສະຖານ

ການວາງລະເບີດສະຫຼະຊີບກໍ່ຄວາມບາດເຈັບລົ້ມຕາຍເປັນຈຳນວນຫຼາຍຢູ່ອາບການິດສະຖານ - ảnh 1
ຕຳ​ຫຼວ​ດ​ສືບ​ສວນ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ
(ພາບ: ສຳ​ນັກ​ຂ່າວ​ສານ​ຊີນ​ຮ​ວາ//TTXVN)

(vovworld) - ຢ່າງ​ໜ້ອຍ​ສຸດ​ມີ 9 ຄົນ​ເສຍ​ຊີ​ວິດ ແລະ 10 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​ການ​ວາງ​ລະ​ເບີດ​ສະຫຼະ​ຊີບ​ເກີດ​ຂຶ້ນ​ໃນ​ວັນ​ທີ 1/12, ເພື່ອ​ແນ​ໃສ່​ງານ​ສົບ​ຢູ່​ເມືອງ Burka, ແຂວງ Baghlan, ພາກ​ເໜືອ ອາບ​ກາ​ນິ​ດ​ສະ​ຖານ. ຜູ້ນ​ຳ​​ເມືອງ Burka ທ່ານ Taj Mohammad Taqwa ໃຫ້​ຮູ້​ວ່າ: ບຸກ​ຄົນກໍ່​ການ​ຮ້າຍ​ໄດ້​ວາງ​ລະ​ເບີດ​ໃສ່​ກຸ່ມ​ຄົນ​ພວມ​ເຂົ້າ​ຮ່ວມ​ງານ​ສົບ​. ເຈົ້າ​ໜ້າ​ທີ່​ຜູ້ນີ້​ໃຫ້​ຮູ້​ວ່າ: ໃນ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດນັ້ນ​ມີ​ຕຳຫຼວດ 2 ຄົນ ແລະ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ອາດ​ຈະ​ສູງ​ກ່​ວາ​, ພ້ອມ​ທັງ​ກ່າ​ວ​ຫາ​ພວກ​ທະ​ຫານ​ກະ​ບົດ ຕາ​ລີ​ບານ ໄດ້​ກໍ່​ໃຫ້​ເກີດ​ເຫດ​ການ​ດັ່ງ​ກ່າວ. ໃນ​ຂະ​ນະ​ນັ້ນ, ຫົວ​ໜ້າ​ຕ​ຳຫຼວດ​ແຂວງ Baghlan ທ່ານ Aminullah Amarkhil ຮ​ັບ​ຮູ້​ວ່າ: ຈຸດ​ໝາຍ​ຂອງ​ການ​ບຸກ​ໂຈມ​ຕີ​ອາດ​ຈະ​ແມ່ນ​ບັນ​ດາ​ເຈົ້າ​ໜ​້າ​ທີ່​​ຕຳຫຼ​ວດຂັ້ນ​ສູງ ແລະ ບັນ​ດາ​ສ​ະ​ມາ​ຊິກ​ສະ​ພາ​ແຂວງ ເຂົ້າ​ຮ່ວມ​ງານ​ສົບ​ດັ່ງ​ກ່າວ, ແຕ່​ວ່າ​ບັນ​ດາບ​ຸກ​ຄົນ​ນີ້​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ປອດ​ໄພ.



ຂ່າວ/ບົດ​ອື່ນ