ການວາງລະເບີດສະຫຼະຊີບຢູ່ ປາກິດສະຖານ ເຮັດໃຫ້ຫຼາຍຄົນເສຍຊີວິດ

ການວາງລະເບີດສະຫຼະຊີບຢູ່ ປາກິດສະຖານ ເຮັດໃຫ້ຫຼາຍຄົນເສຍຊີວິດ - ảnh 1
ເຫດການ​ວາງ​ລະ​ເບີດ​ສະຫຼະ​ຊີບ
(ພາບຈາກອີນເຕີແນດ)


(vovworld) -     ຢ່າງ​ໜ້ອຍ​ສຸດ​ມີ 14 ຄົນ​ເສຍ​ຊີວິດ ​ແລະ ນັບ 10 ຄົນ​ຖືກ​ບາດ​ເຈັບ​ໃນ​​ເຫດການ​ວາງ​ລະ​ເບີດ​ສະຫຼະ​ຊີບ​ເຊິ່ງ​ເກີດ​ຂຶ້ນ​ໃນ​ວັນ​ທີ 13/10 ຢູ່​ເຂດ​ຕະຫຼາດ​​ແຫ່ງ 1 ທີ່​ແຂວງ Khyber Pakhtunkhwa ຂອງ​ປາ​ກິດ​ສະຖານ. ການ​ບຸກ​ໂຈມ​ຕີ​ແນ​ໃສ່​ບັນດາ​ປະຊາຊົນ​ທີ່​ສະໜັບສະໜູນ​ລັດຖະບານ​ໃນ​ສົງຄາມ​ຕ້ານ​ກຳລັງ Taliban ຢູ່​ອາບ​ກາ​ນິດ​ສະຖານ. ມີ​ຮ້ານ​ຂາຍ​ເຄື່ອງ​ປະມານ 15 ຮ້ານຢູ່ອ້ອມ​ຂ້າງ​ຖືກ​ທຳລາຍ​​ໝົດ ​ແລະ ຈຳນວນ​ຜູ້​ເສຍ​ຊີວິດ​ອາດ​ຈະ​ເພີ່ມ​ຂຶ້ນ ​ເພາະ​ມີ​ຫຼາຍ​ຄົນ​ຖືກ​ບາດ​ເຈ​ບສາຫັດ. ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ອົງການ ຫຼື ສ່ວນ​ບຸກຄົນ​ໃດຮັບຜິດຊອບ​ການ​ບຸກ​ໂຈມ​ຕີດັ່ງກ່າວ​ເທື່ອ. ​ແຕ່​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ການວາງລະ​ເບີດ​ໂດຍ​​ແມ່ນບັນດາ​ມື​ປືນຂອງ Taliban ປະຕິບັດ.

ຂ່າວ/ບົດ​ອື່ນ