ການວາງລະເບີດສະຫຼະຊີບຢູ່ອາບການິດສຖານ ເຮັດໃຫ້ກວ່າ 10 ຄົນເສຍຊີວິດ

ການວາງລະເບີດສະຫຼະຊີບຢູ່ອາບການິດສຖານ ເຮັດໃຫ້ກວ່າ 10 ຄົນເສຍຊີວິດ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍວັນ​ທີ 06/01, ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ໄດ້​ເກີດ​ຂຶ້ນ​ຢູ່​ແຂວງ Ghazni, ທິດຕາ​ເວັນ​ອອກ ອາບກາ​ນິດ​ສຖານ, ​ເຮັດ​​ໃຫ້​ຕຳຫຼວດ 3 ຄົນ​ເສຍ​ຊີວິດ ​ແລະ ສາມັນ​ຊົນ 8 ຄົນ​ຖືກ​ບາດ​ເຈັບ. ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​​​ແນ​ໃສ່ປ້ອມ​ກວດກາ​ສັງກັດ​ກຳລັງ​ຕຳຫຼວດ​ທ້ອ​ງຖິ່ນ​ອາບ​ກາ​ນິດ​ສຖານ (ALP) ຢູ່​ເມືອງ Andar. ​ເຂົ້າ​ເມືອງ Mohammad Qasim Desiwal ​ໃຫ້​ຮູ້​ວ່າ ທະຫານ​ກະບົດ​ຄົນ​ໜຶ່ງ ​ໄດ້​ວາງ​ລະ​ເບີດ​ໃສ່​ລົດ​ເມ​ນ້ອຍ ​ແລະ ​ເຮັດ​ໃຫ້​ຕຳຫຼວດ 3 ຄົນ​ເສຍ​ຊີວິດ. ​ໃນ​ຈຳນວນ 8 ຄົນ​ຖືກ​ບາດ​ເຈັບ, ມີ​ຕຳ​ຫຼວດ 2 ຄົນ ​ແລະ ປະຊາຊົນ 6 ຄົນ, ​ໃນ​ນັ້ນ​ມີແມ່ຍິງ 2 ຄົນ ​ແລະ ​ເດັກນ້ອຍ 4 ຄົນ. ກຳລັງ​ລຸກ​ຮື້​ຂຶ້ນ​ໄດ້​ກ່າວຮັບ​ຜິດ​ຊອບ​​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ. ALP ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 2010 ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ໃຫ້​ແກ່​ບັນດາ​ຕາ​ແສງ, ​ເມືອງ ​ໃນ​ທົ່ວ​ປະ​ເທດ​ອາບ​ກາ​ນິດ​ສຖານ, ​ເປັນ​ຕົ້ນ​ແມ່ນ​ຢູ່​ບັນດາ​ເຂດທີ່ກຳລັງ​ກອງທັບ ​ແລະ ຕຳຫຼວດ​ມີ​ຈຳນວນ​ຈຳກັດ.

ຂ່າວ/ບົດ​ອື່ນ