ການວາງລະເບີດສະຫຼະຊີບແນໃສ່ຂະບວນການລົດ EUPOL ຢູ່ອາບການິດສຖານ

ການວາງລະເບີດສະຫຼະຊີບແນໃສ່ຂະບວນການລົດ EUPOL ຢູ່ອາບການິດສຖານ - ảnh 1
(ພາບປະກອບ: Reuters)

(vovworld) – ວັນ​ທີ 05/01, ຢູ່​ໃຈກາງ​ນະຄອນຫຼວງ ກາ​ບູນ, ອາບ​ກາ​ນິດ​ສຖານ ​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ແນ​ໃສ່​ລົດ​ໂອ​ໂຕ​ຕຳຫຼວດ​ຄັນ​ໜຶ່ງ ຂອງ​ຄະນະ​ຕຳ​ຫຼວດສະຫະພາບ​ເອີ​ລົບ ຢູ່​ອາບ​ກາ​ນິດ​ສຖານ (EUPOL). ​ເຫດການ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ພາຍຫຼັງ​ອົງການ NATO ສິ້ນ​ສຸດ 13 ປີ​ແຫ່ງ​ການ​ຕໍ່ສູ້​ຕ້ານ ຕາ​ລີ​ບານ ຢູ່​ປະ​ເທດ​ອາຊີ​ໃຕ້ ​2 – 3 ວັນ ອັນໄດ້​ເຮັດ​ໃຫ້ສາມັນ​ຊົນ 7 ຄົນ​ຮັບ​ບາດ​ເຈັບ, ​​ໜຶ່ງຄົນຖືກ​ເສຍ​ຊີວິດ​. ຫຼັງ​ຈາກ​ນັ້ນ, ​ໃນ​ເວັນ​ໄຊ​ສັງຄົມ Twitter, ທະຫານ​ກະບົດ ຕາ​ລີ​ບານ ​ໄດ້​ຍອມ​ຮັບ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ. ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ທຳ​ອິດ​ໂດຍ ຕາ​ລີ​ບານ ດຳ​ເນີນ​ໃນ​ຕົ້ນ​ປີ​ໃໝ່, ພິ​ເສດ​​ແມ່ນ​ໃນ​ຂະນະ​ທີ່​ກຳລັງ NATO ຢູ່​ອາບ​ກາ​ນິດ​ສຖານ ຫາ​ກໍ່​ສິ້ນ​ສຸດ​ໜ້າ​ທີ່​ເຂົ້າ​ຮ່ວມ​ການ​ສູ້​ຮົບ, ຫັນ​ມາຝຶກ​ອົບຮົມ, ໜູນ​ຊ່ວຍ​ກອງທັບ ​ແລະ ຕຳ​ຫຼວດປະ​ເທດ​ອາຊີ​ໃຕ້​ນີ້.

ຂ່າວ/ບົດ​ອື່ນ