ການວາງລະເບີດໂບດອິດສະລາມຢູ່ປາກິດສະຖານເຮັດໃຫ້ຢ່າງໜ້ອຍສຸດມີ19ຄົນເສຍຊີວິດ

ການວາງລະເບີດໂບດອິດສະລາມຢູ່ປາກິດສະຖານເຮັດໃຫ້ຢ່າງໜ້ອຍສຸດມີ19ຄົນເສຍຊີວິດ - ảnh 1
ໂບດ​ອິດ​ສະ​ລາມ​ນິ​ກາຍ Shi’te
(ພາບປະ​ກອບ)

(vovworld) – ​​ຢ່າງ​ໜ້ອຍ​ສຸດ​ມີ 19 ຄົນ​ເສຍ​ຊີ​ວິດ ແລະ ກ່​ວາ 40 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​ການ​ວາງ​ລະ​ເບີດ​​ຢູ່​ໂບດ​ອິດ​ສະ​ລາມ​ນິ​ກາຍ Shi’te ທີ່​ນະ​ຄອ​ນ Peshawar, ທາງ​ທິດ​ຕາ​ເວັນ​ຕົກ​​ສ່ຽງ​ເໜືອ ປາ​ກິດ​ສະ​ຖານ. ຄາດ​ວ່າ, ເມື່ອ​ເກີດ​ການ​ບຸກ​ໂຈມ​ຕີນັ້ນມີ​ປະ​ມານ 200 ຄົນ​​ພວມຢູ່​​ໃນໂບດ​​. ວົງ​ການ​​ເຈົ້າ​ໜ້າ​ທີ່ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ: ຈຳ​ນວນ​ຜູ້​ຖືກ​ລົ້ມ​ຫາຍ​ຕາຍ​ຈາກ​ອາດ​ຈະ​ເພີ່ມ​ຂຶ້ນ​ຍ້ອນ​ມີຫຼາຍ​ຄົນ​ຖືກ​ບາດ​ເຈ​ັບ​ໜັກ. ຕຳຫຼ​ວດ ແລະ ​ພົນ​ທະ​ຫານ ​ປາ​ກິດ​ສະ​ຖານ​ ໄດ້​ປິດ​ລ​້ອມ​ສະ​ຖານ​ທີ່​ເກີດ​ເຫດ ແລະ ຈັບ​ຕົວ​ຜູ້​ຖືກ​ສົງ​ໃສ. ກຳ​ລັງ ຕາ​ລີ​ບານ ຢູ່​ປາ​ກິດ​ສະ​ຖານ ​ຍອມຮັບ​​ໄດ້ດຳ​ເນີນ​ເຫດ​ການ​ດັ່ງ​ກ່າວ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ກິດ​ສະ​ຖານ Mamnoon Hussain ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Nawaz Sharif ໄດ້​ກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີ, ພ້ອມ​ທັງ​ສັ່ງໃຫ້​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ໜູນ​ຊ່ວຍ​ດ້ວຍ​​ວັດ​ຖຸ​ອຸ​ປະ​ກອນ​ດີ​ທີ່​ສຸດ​ເພື່ອ​ປິ່ນ​ປົ່ວ​ໃຫ້​ແກ່​ບັນ​ດາ​ຜູ້​ຖືກ​ບາດ​ເຈັບ. ກ່ອນ​ໜ້ານັ້ນ, ວັນ​ທີ 30/1, ຢ່າງ​ໜ້ອຍ​ສຸດ​ມີ 62 ຄົນ​ເສຍ​ຊີ​ວິດ ແລະ ກ່​ວາ 60 ຄົນ​ຖືກ​ຮ​ັບ​ບາດ​ເຈັບ​ເມື່ອ​ມີ​ຜູ້​ວາ​ງ​ລະ​ເບີດ​ສະຫຼະ​ຊີບ​ໄດ້​ບຸກ​ໂຈມ​ຕີ​ໂບດ​ແຫ່ງ​ໜຶ່ງ​ຢູ່​ເມືອງ Shikapur, ຫ່າງ​ຈາກ​ເມືອງ​ເອກ Karachi ຂອງ​ແຂວງ Sindh ໄປ​ທາງ​ທິດ​ເໜືອ​ປະ​ມານ 470 ກມ.


ຂ່າວ/ບົດ​ອື່ນ