ການວາງລະເບີດໃສ່ຂະບວນລົດ ທະຫານຢູ່ປາກີສະຖານ

ການວາງລະເບີດໃສ່ຂະບວນລົດ ທະຫານຢູ່ປາກີສະຖານ - ảnh 1

(ພາບ:biettuot.vn)

(vovworld): ວັນ​ທີ 13/1,  ສື່​ມວນ​ຊົນ​ປາ​ກີ​ສະຖານ​ ໃຫ້​ຮູ້​ວ່າ: ມີ​ທະຫານ 17 ຄົນ​ເສຍ​ຊີວິດ ​ແລະ ອີກ 25 ຄົນ​ຖືກ​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີດ 3 ຄັ້ງ​ໃສ່​ຂະ​ບວນລົດ​ທະຫານ​ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ປະ​ເທດ​ນີ້. ​ເຫດ​ວາງລະ​ເບີດ​ຄັ້ງທີ 1 ​ເກີດ​ຂຶ້ນ​​ໃນ​ຂະນະ​ທີ່​ຂະ​ບວນລົດ​ທະຫານ​ພວມ​ເດີນທາງຈາກ Razmak ​ໄປ Miranshah  ຢູ່​ແຂວງ Waziristan ​ເໜືອ, ຕິດ​ກັບ​ເຂດ​ຊາຍ​ແດນ​ອາບ​ກາ​ນີສະຖານ ​ເຮັດ​ໃຫ້ທະຫານ 14 ຄົນ​ເສຍ​ຊີວິດ ​ແລະ ອີກ 21 ຄົນ​ຖືກ​ບາດ​ເຈັບ. ​ເຫດການ​ບຸກ​ໂຈມ​ຕີ​ຄັ້ງທີ 2 ​ໄດ້​ເກີດ​ຂື້ນ​ຫຼັງ​ຈາກ​ນັ້ນພຽງ 1 ຊົ່ວ​ໂມງ​ຢູ່​ແຂວງ Khyber Pakhtunkhwa ທາງ​ທິດຕາ​ເວັນ​ຕົດ​ສ່ຽງ​ເໜືອ​ກໍ່​ເຮັດ​ໃຫ້ທະຫານ 3 ຄົນ​ເສຍ​ຊີວິດ ​ແລະ ອີກ 1 ຄົນ​ຖືກ​ບາດ​ເຈັບ. ຕໍ່​ຈາກ​ນັ້ນ, ມີ​ຂ່າວ​ໃຫ້​ຮູ້​ວ່າ: ລົດ​ທະຫານ​ຄັນ​ໜຶ່ງ​ໄດ້​ຖືກ​ໝາກ​ໝິ່ນ​ຢູ່​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ Mohamand ​​ເຮັດ​ໃຫ້ທະຫານ 3 ຄົນ​ຖືກ​ບາດ​ເຈັບ. ປະຈຸ​ບັນ, ບໍ່​ທັນ​ມີ​ອົງການ​ໃດ​ກ່າວ​ຮັບຜິດຊອບຕໍ່ບັນດາ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ເທື່ອ ​ແຕ່​ກຳລັງ​ປ້ອງ​ກັນ​ຄວາ​ມສະຫງົບ​ເຄີຍ​ແມ່ນ​ເປົ້າໝາຍ​ບຸກ​ໂຈມ​ຕີສຳຄັນ​ຂອງ​ຕາ​ລີ​ບານ ຢູ່​ປາ​ກີ​ສະຖານ.

ຂ່າວ/ບົດ​ອື່ນ