ການວາງສະເບີດສະຫຼະຊີບຢູ່ປາກິດສຖານເຮັດຫຼາຍຄົນເສຍຊີວິດແລະຮັບບາດເຈັບ

ການວາງສະເບີດສະຫຼະຊີບຢູ່ປາກິດສຖານເຮັດຫຼາຍຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ທ່ານ​ນາຍົກລັດຖະມົນຕີ ປາ​ກິດສຖານ Nawaz Sharif
(ພາບປະກອບ)


(vovworld) – ຢ່າງ​ໜ້ອຍ​ສຸດ​ມີ 10 ຄົນ​ເສຍ​ຊີວິດ ​ແລະ 20 ຄົນ​ຮັບ​ບາດ​ເຈັບ ​ເມື່ອຜູ້​ວາງສະ​ເບີດ​ສະຫຼະ​ຊີບ​ໄດ້​ກະຕຸກ​ໃຫ້​ລະ​ເບີດ​​ຕິດຕົວ​​ແຕກ​ຢູ່​ພິທີ​ໜຶ່ງ ​ໂດຍຫົວ​ໜ້າ​ອົງການ​ພາຍ​ໃນ​​ແຂວງ Punjab, ທາງ​ທິດຕາ​ເວັນ​ອອກ ປາດ​ກິດສຖານ ​ເປັນ​ປະທານ. ​ໃນ​ຈຳນວນ​ຜູ້​ເສ​ຍຊີວິດ​ມີ​ຫົວໜ້າ​ອົງການ​ພາຍ​ໃນ​ ​ແຂວງ Punjab, ທ່ານ Khanzada. ທ່ານ​ນາຍົກລັດຖະມົນຕີ ປາ​ກິດສຖານ Nawaz Sharif ​ໄດ້ກ່າວ​ປະນາມ​ການ​ບຸກ​ໂຕມຕີດັ່ງກ່າວ ​ແລະ ຮຽກ​ຮ້ອງ​ໃຫ້ວົງ​ການ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ກໍ​ຄື​ບັນດາ​ໂຮງ​ໝໍ ສ້າງ​​ເງື່ອນ​ໄຂສະດວກ​ທີ່​ສຸດ​​ເພື່ອ​ປິ່ນປົວ​ໃຫ້​ບັນດາ​ຜູ້​ຖືກ​ເຄາະ​ຮ້າຍ. ກຸ່ມ Lashkar e Jhangvi ​ໄດ້ຍອມ​ຮັບຢືນ​ຢູ່​ເບື້ອງ​ຫຼັງ​ການ​ບຸດ​​ໂຈມ​ຕີ​​ດັ່ງກ່າວ ດ້ວຍ​ເຫດຜົນ​ເພື່ອ​​ແກ້​​ແຄ້ນ​ໃຫ້​ຫົວໜ້າ Malik Ishaq ​ຜູ້ຖືກ​ເສຍ​ຊີວິດ​ໃນ​ການ​ບຸກ​ໂຈມ​ຕີ​ຂອງ​ຕຳຫຼວດ​​ເມື່ອ​ເດືອນ​ກ່ອນ.

ຂ່າວ/ບົດ​ອື່ນ