ການ​ສົ່ງ​ອອກ - ນຳ​ເຂົ້າ​ໃນ​ປີ 2022 ມຸ່ງ​ໄປ​ເຖິງເປົ້າ​ໝາຍ 700 ຕື້ USD

(VOVWORLD) -ໄລ່ລວມ 11 ເດືອນຂອງປີ 2022, ວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ບັນລຸເກືອບ 674 ຕື້ USD, ໃນນັ້ນ, ດ້ານການຄ້າບັນລຸຸມູນຄ່າສົ່ງອອກເກີນດຸນແມ່ນ 10,7 ຕື້ USD.

ຕາມການສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີ ກັບ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ໄລ່ລວມ 11 ເດືອນຂອງປີ 2022, ວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ບັນລຸເກືອບ 674 ຕື້ USD, ໃນນັ້ນ, ດ້ານການຄ້າບັນລຸຸມູນຄ່າສົ່ງອອກເກີນດຸນແມ່ນ 10,7 ຕື້ USD. ທ່ານ ເຈິນແທັງຫາຍ, ຮອງຫົວໜ້າກົມນຳເຂົ້າ - ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມໃຫ້ຮູ້ວ່າ:

        “ການປະກອບສ່ວນຢ່າງໃຫຍ່ຫຼວງທີ່ສຸດໃນປັດຈຸບັນ ຍັງແມ່ນໝວດສິນຄ້າອຸດສາຫະກຳປຸງແຕ່ງ, ລະອຽດແມ່ນບັນດາປະເພດສິນຄ້າເອເລັກໂຕນິກ, ໂທລະສັບ. ສ່ວນປະເພດສິນຄ້າອື່ນຄື ເຄື່ອງຕຳແຜ່ນຕັດຫຍິບ, ເກີບໜັງ ຍັງມີການເຕີບໂຕດີພໍສົມຄວນ. ໝວດສິນຄ້າຄືຜະລິດຕະພັນກະເສດ, ພິເສດແມ່ນເຂົ້າສານ, ກາເຟ ໄດ້ສົ່ງອອກດ້ວຍລະດັບບັນລຸສະຖິຕິ.”

        ບັນດາຂະແໜງການສົ່ງອອກທີ່ໜ້າປະທັບໃຈ ໃນປີ 2022 ຕ້ອງເວົ້າເຖິງສິນໃນນໍ້າ, ດ້ວຍເລື່ອງຂະແໜງການນີ້ຕັ້ງເປົ້າໝາຍໄວ້ 10 ຕື້ USD, ຍັງບໍ່ທັນໝົດປີ 2022 ກໍ່ສາມາດບັນລຸຄາດໝາຍທີ່ວາງອອກແລ້ວ. ຄາດວ່າປີນີ້, ການສົ່ງອອກສິນໃນນ້ຳຈະບັນລຸຄາດໝາຍປະຫວັດສາດປະມານ 11,2 ຕື້ USD.


ຕອບກັບ

ຂ່າວ/ບົດ​ອື່ນ