ການສົ່ງອອກກຸ້້ງຂອງຫວຽດນາມບັນລຸການເຕີບໂຕຫລາຍພໍສົມຄວນ

ການສົ່ງອອກກຸ້້ງຂອງຫວຽດນາມບັນລຸການເຕີບໂຕຫລາຍພໍສົມຄວນ - ảnh 1
ປຸງແຕ່ງກຸ້ງເພື່ອສົ່ງອອກ
ພາບ:internet


(vovworld)- ຕາມ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດນາມ​(VASEP) ​ແລ້ວ, ການ​ສົ່ງ​ອອກ​ກຸ້ງ​ຂອງ​ຫວຽດນາມ ​ໃນ 6 ​ເດືອນ​ຕົ້ນ​ປີ​ບັນລຸ​ເກືອບ 1,8 ຕື້ ​USD. ຄາດ​ວ່າ ການ​ສົ່ງ​ອອກ​ກຸ້ງ​ປີ 2014 ອາດ​ຈະ​ລື່ນ​ກາຍ​ລະດັບ 3,5 ຕື້ USD ຖ້າ​ຫາກ​ຄວບ​ຄຸມ​ໂລກລະບາດ​ເປັນ​ຢ່າງ​ດີ ​ແລະ ຕະຫລາດ​ຈຳຫນ່າຍ​ສະດວກ. ​ໃນ 6 ​ເດືອນ​ຕົ້ນ​ປີ 2014, ການ​ສ່ົງ​ອອກ​ກຸ້ງ​ຂອງຫວຽດນາມ ​ໄປ​ຍັງ​ບັນດາ​ຕະຫລາດ​ໃຫຍ່​ຄື ອີ​ຢູ, ອາ​ເມ​ລິ​ກາ, ຈີນ ລ້ວນ​ແຕ່​ເພີ່ມ​ຂຶ້ນ. ຄາດ​ຄະ​ເນ​ວ່າ ​ໃນ​ໄຕ​ມາດ 2/2014, ປະລິມານ​ກຸ້ງ​ສົ່ງ​ອອກ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຫລາຍ​ພໍ​ສົມຄວນ, ​ໃນ​ນັ້ນ ອີ​ຢູ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຕະຫລາດ​ຈຳຫນ່າຍ​ສຳຄັນ ​ແລະ ​ບັນລຸ​ການ​ເຕີບ​ໂຕ​ສູງ. ​ເປັນ​ຫນ້າ​ສົນ​ໃຈ, ​ໃນ 6 ​ເດືອນ​ຕົ້ນ​ປີ, ສິນ​ໃນ​ນ້ຳຂອງ​ຫວຽດນາມ ຍັງ​ຄົງ​ຮັກສາ​ປະ​ເພດ​ສິນຄ້າ​ຕົ້ນ​ຕໍ​ໃນ​ຈຳນວນ​ບັນດາ​ປະ​ເພດ​ສິນຄ້າ​ສົ່ງ​ອອກ, ປະກອບສ່ວນ​ໃຫຍ່​ໃນ​ມູນ​ຄ່າ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນຳ້​ຂອງ​ຫວຽດນາມ 10,78 ຕື້ USD ​ໄປ​ຍັງ​ໂລກ.

 

 

 

ຂ່າວ/ບົດ​ອື່ນ