ການສົ່ງອອກກາເຟຂອງ ຫວຽດນາມ ໄປຍັງ ແອັດສະປາຍ ເພີ່ມຂຶ້ນກ່ວາ 100% ກ່ຽວກັບມູນຄ່າ

(VOVWORLD) - ລາຄາກາເຟ ຍັງສືບຕໍ່ທ່າເຕີບໂຕ ແລະ ຢູ່ໃນລະດັບສູງ. ໃນເດືອນ ເມສາ, ຫວຽດນາມ ໄດ້ສົ່ງອອກ ກາເຟ ໄປຍັງຕະຫຼາດ ແອັດສະປາຍ ບັນລຸເກືອບ 11.000 ໂຕນ, ມີມູນຄ່າເກືອບ 42,7 ລ້ານໂດລາສະຫະລັດ.
ການສົ່ງອອກກາເຟຂອງ ຫວຽດນາມ ໄປຍັງ ແອັດສະປາຍ ເພີ່ມຂຶ້ນກ່ວາ 100% ກ່ຽວກັບມູນຄ່າ - ảnh 1ພາບປະກອບ

ກົມສົ່ງອອກ - ນຳເຂົ້າ (ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ), ໃຫ້ຮູ້ວ່າ: ການສົ່ງອອກກາເຟ ໄປຍັງຕະຫຼາດ ແອັດສະປາຍ ເຕີບໂຕກ່ວາ 100% ກ່ຽວກັບດ້ານມູນຄ່າ. ລາຄາກາເຟ ຍັງສືບຕໍ່ທ່າເຕີບໂຕ ແລະ ຢູ່ໃນລະດັບສູງ. ໃນເດືອນ ເມສາ, ຫວຽດນາມ ໄດ້ສົ່ງອອກ ກາເຟ ໄປຍັງຕະຫຼາດ ແອັດສະປາຍ ບັນລຸເກືອບ 11.000 ໂຕນ, ມີມູນຄ່າເກືອບ 42,7 ລ້ານໂດລາສະຫະລັດ. ໄລ່ລວມ 4 ເດືອນຕົ້ນປີນີ້, ຫວຽດນາມ ສົ່ງອອກ ກາເຟໄປຍັງຕະຫຼາດ ແອັດສະປາຍບັນລຸເກືອບ 55.400 ໂຕນ, ມີມູນຄ່າກ່ວາ 193 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 53,7% ກ່ຽວກັບດ້ານຈຳນວນ ແລະ ເພີ່ມຂຶ້ນ 136,6% ກ່ຽວກັບມູນຄ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ກໍ່ຕາມກົມສົ່ງອອກ - ນຳເຂົ້າ, ໃນຊຸມວັນກາງພຶດສະພານີ້, ລາຄາກາເຟ Robusta ແລະ Arabica ໄດ້ຟຶ້ນຟູຄືນໃໝ່. ລາຄາກາເຟເພີ່ມຂຶ້ນແຮງໃນໄລຍະຜ່ານມາໄດ້ປະກອບສ່ວນຊຸກຍູ້ຈຳນວນລາຍຮັບຂອງການຂາຍສິນຄ້າໃນຕະຫຼາດເງິນສົດ (cash merket).

ຕອບກັບ

ຂ່າວ/ບົດ​ອື່ນ