ການສົ່ງອອກຂອງ ຫວຽດນາມ ໄປຍັງ ອິດສະລະແອນ ສືບຕໍ່ຟື້ນຟູ.

(VOVWORLD) -ຄາດວ່າ ທັງປີ 2020 ວົງເງິນສົ່ງອອກຂອງ ຫວຽດນາມ ໄປຍັງຕະຫຼາດ ອິດສະລະແອນ ບັນລຸປະມານ 700 ລ້ານ USD ໃນຂະນະທີ່ການນຳເຂົ້າບັນລຸປະມານ 850 ລ້ານUSD
	 ການສົ່ງອອກຂອງ ຫວຽດນາມ ໄປຍັງ ອິດສະລະແອນ ສືບຕໍ່ຟື້ນຟູ.  - ảnh 1ພາບປະກອບ

ຕາມອົງການການຄ້າ ຫວຽດນາມ ປະຈຳ ອິດສະລະແອນ, ຄາດວ່າ ທັງປີ 2020 ວົງເງິນສົ່ງອອກຂອງ ຫວຽດນາມ ໄປຍັງຕະຫຼາດ ອິດສະລະແອນ ບັນລຸປະມານ 700 ລ້ານ USDໃນຂະນະທີ່ການນຳເຂົ້າບັນລຸປະມານ 850 ລ້ານUSD. ໃນເດືອນ ພະຈິກ ປີ 2020 ມູນຄ່າການສົ່ງອອກຂອງ ຫວຽດນາມ ເພີ່ມຂຶ້ນເຖິງ 27,2% ເມື່ອທຽບໃສ່ເດືອນກ່ອນນີ້ ບັນລຸໄດ້ 51,04 ລ້ານ USD. ບັນດາປະເພດສິນຄ້າສົ່ງອອກເກືອບທັງໝົດ ກໍ່ລ້ວນແຕ່ເພີ່ມຂຶ້ນແຮງຄື ກາເຟ, ເກີບ, ໝາກມ່ວງຫິມະພານ, ໂທລະສັບ, ເຄື່ອງອາໄລຊິ້ນສ່ວນ, ສິນໃນນ້ຳ ເຄື່ອງຕ່ຳແຜ່ນຕັດຫຍິບ...

        ເຖິງວ່າໂລກລະບາດ ໂຄວິດ - 19 ແຜ່ລະບາດຢ່າງຮ້າຍແຮງໃນຕະຫຼອດປີ 2020 ກໍ່ຕາມ, ແຕ່ການສົ່ງອອກສິນຄ້າຂອງ ຫວຽດນາມ ໄປຍັງ ອິດສະລະແອນ ຄາດວ່າ ພຽງຫຼຸດຜ່ອນລົງໜ້ອຍໜຶ່ງ ເມື່ອທຽບໃສ່ລະດັບ 774 ລ້ານUSD ຂອງປີກ່ອນນີ້.    ນີ້ໄດ້ຮັບຖືວ່າ ແມ່ນຈຸດພົ້ນເດັ່ນໃນການແລກປ່ຽນການຄ້າລະຫວ່າງສອງປະເທດ ໃນສະພາບການທີ່ຕະຫຼາດ ອິດສະລະແອນ ມີການຜັນແປຫຼາຍຢ່າງ

ຕອບກັບ

ຂ່າວ/ບົດ​ອື່ນ