ການສົ່ງອອກຂອງ ຫວຽດນາມໄປຍັງບັນດາປະເທດສຳພັນທະມິດເສດຖະກິດອາຊີ-ເອີລົບ

 ການສົ່ງອອກຂອງ ຫວຽດນາມໄປຍັງບັນດາປະເທດສຳພັນທະມິດເສດຖະກິດອາຊີ-ເອີລົບ - ảnh 1
(ພາບປະກອບ)

(vovworld) - ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສຳພັນ​ທະ​ມິດ​ເສດຖະກິດ​ອາຊີ -​ ເອີ​ລົບ (EAEU): ​ທີ່ໄດ້​ຮັບ​ການ​ລົງ​ນາມ​ເມື່ອວັນ​ທີ 29/5/2015, ​ແລະ ​ເລີ່​ມມີ​ຜົນ​ສັກສິດ​ແຕ່​ວັນ​ທີ 5/10/2016. ຕາມ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ສັນຍາ​ດັ່ງກ່າວ​ແລ້ວ, FTA ​ແລະ EAEU ຈະ​ຫຼຸດຜ່ອນ​ພາສີ​ໃຫ້​ສິນຄ້າ​ເກືອບ 90% ປະ​ເພດ ​ແລະ ​ເປີດ​ປະຕູ​ຕະຫຼາດ​ສຳລັບ​ຂົງ​ເຂດ​ການ​ຄ້າ ການ​ບໍລິການ ​ແລະ ການ​ລົງທຶນ. ​ໃນ​ສະພາບ​ການ​ຄື​ດັ່ງກ່າວ, ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ, ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ, ​ເກີບ​ໜັງ… ຂອງ ຫວຽດນາມ ຈະ​ມີ​ທ່າ​ໄດ້​ປຽບ​ເມື່ອ​ສົ່ງ​ອອກ​ເຂົ້າ 5 ປະ​ເທດ​ທີ່​ຂຶ້ນ​ກັບ ສຳພັນ​ທະ​ມິດ​ເສດຖະກິດ​. ກົງກັນຂ້າມ, ຫວຽດນາມ ຈະ​ຍົກ​ເວັ້ນພາສີ​ນຳ​ເຂົ້າ​ສຳລັບ​ສິນຄ້າ​ກວ່າ 59% ປະ​ເພດ​ຈາກ​ບັນດາ​ປະ​ເທດສຳພັນ​ທະ​ມິດ​ເສດຖະກິດ​ອາຊີ -​ ເອີ​ລົບ, ລວມມີ​ຊີ້ນ, ​ເຫຼົ້າ, ອຸປະກອນ​ກົນ​ຈັກ, ຜະລິດ​ຕະພັນ​ເຫຼັກ​ກ້າ, ແປ້ງເຂົ້າຈີ່.

ຕາມ​ຕົວ​ເລກ​ຂອງ​ຄະນະ​ກຳມະການ​ເສດຖະກິດ​ອາຊີ - ​ເອີ​ລົບ ​ແລ້ວ, ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ ສຳພັນ​ທະ​ມິດ​ເສດຖະກິດ​ອາຊີ -​ ເອີ​ລົບ ບັນລຸ 4,3 ຕື້ USD ​ໃນ​ປີ 2016. ​ໃນ​ນັ້ນ​ການ​ສົ່ງ​ອອກ​ຂອງ ຫວຽດນາມ ​ໄປ​ຍັງ​ບັນດາ​ປະ​ເທດ ສຳພັນ​ທະ​ມິດ​ເສດຖະກິດ​ອາຊີ -​ ເອີ​ລົບ ບັນລຸ 2,7 ຕື້ USD, ​ເພີ່ມ​ຂຶ້ນ 18% ​ເມື່ອ​ທຽບ​ໃສ່​ປີ 2015 ​ແລະ ນຳ​ເຂົ້າ​ປະມານ 1,6 ຕື້ USD, ຫຼຸດ​ລົງ​ກວ່າ 17%.

ຕອບກັບ

ຂ່າວ/ບົດ​ອື່ນ