ການສົ່ງອອກຂອງຫວຽດນາມ ໄປຍັງ UAE ບັນລຸການເຕີບໂຕຢ່າງແຮງໃນ 2 ເດືອນຕົ້ນປີ 2021

(VOVWORLD) - ຍອດວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ ແລະ UAE ບັນລຸ 809 ລ້ານ USD, ລະດັບເຕີບໂຕຂຶ້ນເຖິງ 58% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ການສົ່ງອອກຂອງຫວຽດນາມ ໄປຍັງ UAE ບັນລຸການເຕີບໂຕຢ່າງແຮງໃນ 2 ເດືອນຕົ້ນປີ 2021 - ảnh 1(ພາບປະກອບ: TTXVN)

ອົງການການຄ້າຫວຽດນາມ ປະຈຳສະຫະລັດອາຣັບເອັມມີເຣດ (UAE) ທັງຮັບຜິດຊອບຢູ່ ກາຕາ, ໃຫ້ຮູ້ວ່າ UAE ແມ່ນໜຶ່ງໃນຈຳນວນ 10 ຄູ່ຮ່ວມມືສົ່ງອອກໃຫຍ່ທີ່ສຸດໃນໂລກຂອງຫວຽດນາມ ແລະ ແມ່ນຄູ່ຮ່ວມມືສົ່ງອອກໃຫຍ່ສຸດຂອງຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ ແລະ ອາຟະລິກາ.

        ຕາມຕົວເລກຫຼ້າສຸດຂອງກົມໃຫຍ່ພາສີຫວຽດນາມ ແລ້ວ, ຍອດວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ ແລະ UAE ບັນລຸ 809 ລ້ານ USD, ລະດັບເຕີບໂຕຂຶ້ນເຖິງ 58% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ໃນນັ້ນ, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ UAE ບັນລຸເກືອບ 737 ລ້ານ USD, ເພີ່ມຂຶ້ນເກືອບ 60% ແລະ ການນຳເຂົ້າບັນລຸ 72 ລ້ານ USD, ເພີ່ມຂຶ້ນ 44%. ໃນດຸນການຄ້າ, ຫວຽດນາມ ຍາມໃດກໍ່ຢູ່ໃນທ່າສົ່ງອອກເກີນດຸນຢູ່ຕະຫຼາດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ