ການສົ່ງອອກຂອງຫວຽດນາມ ໄປເມັກຊິກໂກ ເພີ່ມຂຶ້ນຫຼາຍ

ການສົ່ງອອກຂອງຫວຽດນາມ ໄປເມັກຊິກໂກ ເພີ່ມຂຶ້ນຫຼາຍ - ảnh 1

ເຄື່ອງ​ຕຳ​ແຜ່ນ​ຕັດຫຍີບ- ປາຍ​ແຫຼມ​
ໃນ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ

(ພາບ:bee.net.vn)

( vovworld ) ​​​ແຈ້ງ​ການ​ເມື່ອ​ວັນ​ທີ 18/3 ຂອງ​ຫ້ອງການ​ການ​ຄ້າ​ສະຖານທູດ​ຫວຽດນາມ ​ປະຈຳ​ເມັກ​ຊິກ​ໂກ ​ໃຫ້​ຮູ້​ວ່າ, ​ໃນ​ເດືອນ 1/2012, ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປຍັງພຶ້ນຖານ​ເສດຖະກິດ​ໃຫ່ຍອັນ​ດັບ​ທີ 2 ຂອງ​ອາ​ເມ​ລິ​ກາ​ລາ​ຕິນນີ້ ບັນລຸ​ກ່ວາ 97 ລ້ານ USD.  ບັນດາ​ປະ​ເພດ​ສິນຄ້າຕົ້ນຕໍ​ທີ່ຫວຽດນາມ ​ສົ່ງ​​ໄປຂາຍ​ຢູ່​ເມັກ​ຊິກ​ໂກ​ຄື: ສິນ​ທະ​ເລ, ​ເກີບ, ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍີບ, ຈັກພິມປະ​ເພດ​ຕ່າງໆ, ​ເຄື່ອງກົນ​ຈັກ​ອຸປະກອນໄຟຟ້າ, ​ເຄື່ອງ​ເຟີ​ນີ​ເຈີ ​ແລະ ​ເຄື່ອງອຸປະກອນກິລາ. ປີ 2011, ການ​ແລ​ກປ່ຽນການ​ຄ້າ​ສອງ​ສົ້ນລະຫວ່າງ​ຫວຽດນາມ-​ເມັກ​ຊິກ​ໂກ ບັນລຸ 1.037 ຕື້ USD  ຊື່​ງ​ແມ່​ນລະດັບ​ສະຖິຕິ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ