ການ​ສົ່ງ​ອອກ​​ຖົ່ວ​ລຽນ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ​ສິ​ຖິ​ຕິ

(VOVWORLD) - ເພື່ອບັນລຸໄດ້ລະດັບສະຖິຕິໃນການສົ່ງອອກຖົ່ວລຽນນັ້ນ ແມ່ນຍ້ອນຄວາມຕ້ອງການທີ່ໃຫຍ່ຫຼວງຈາກຕະຫຼາດຈີນ
ການ​ສົ່ງ​ອອກ​​ຖົ່ວ​ລຽນ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ​ສິ​ຖິ​ຕິ - ảnh 1ພາບປະກອບ: TTXVN

ຕາມຂໍ້ມູນຈາກກົມສົ່ງອອກນຳເຂົ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ, ໃນ 4 ເດືອນຕົ້ນປີ2023, ວົງເງິນການສົ່ງອອກຖົ່ວລຽນບັນລຸ ກວ່າ 190 ລ້ານ USD, ເພີ່ມຂຶ້ນທົບ 6 ເທົ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2022. ເພື່ອບັນລຸໄດ້ລະດັບສະຖິຕິໃນການສົ່ງອອກຖົ່ວລຽນນັ້ນ ແມ່ນຍ້ອນຄວາມຕ້ອງການທີ່ໃຫຍ່ຫຼວງຈາກຕະຫຼາດຈີນ ແລະ ກາຍເປັນປັດໄຈທີ່ສຳຄັນປະກອບສ່ວນເຂົ້າໃນການເຕີບໂຕ 39% ຂອງຂະແໜງຜັກໝາກໄມ້ນັບແຕ່ຕົ້ນປີມາຮອດປັດຈຸບັນ.

ເມື່ອທຽບກັບໄລຍະລາຄາຖົ່ວລຽນສູງທີ່ສຸດໃນຕົ້ນປີນີ້, ດ້ວຍລາຄາ 150.000 – 190.00 ດົ່ງຕໍ່ກີໂລກຼາມ, ປັດຈຸບັນໄດ້ຫຼຸດລົງເຫຼືອ 60.000ດົ່ງຕໍ່ກີໂລກຼາມ. ການຫຼຸດລົງນີ້ແມ່ນຍ້ອນວ່າ ປັດຈຸບັນຖົ່ວລຽນພວມກ້າວເຂົ້າສູ່ລະດູຖົ່ວລຽນ ດັ່ງນັ້ນ ລາຄາຫຼຸດລົງຫຼາຍ. ພ້ອມກັນນັ້ນ, ຢູ່ຕະຫຼາດຈີນ, ເຊິ່ງແມ່ນບ່ອນກວມເອົາ 84% ວົງເງິນສົ່ງອອກ, ທຸລຽນຍັງພວມແມ່ນຜະລິດຕະພັນດຶງດູດລູກຄ້າຢ່າງຕໍ່ເນືອງຂະນະທີ່ໄດ້ຂາຍດ້ວຍລາຄາປະມານ 160.000 ດົ່ງ/ກີໂລກຼາມ.

ຕອບກັບ

ຂ່າວ/ບົດ​ອື່ນ