ການສົ່ງອອກ-ນຳເຂົ້າໃນໄລຍະ 7 ເດືອນຕົ້ນປີ 2021 ໄດ້ຮັບການເຕີບໂຕ 29%

(VOVWORLD) -ຍອດວົງເງິນສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ໃນໄລຍະ 7 ເດືອນຕົ້ນປີ 2021 ບັນລຸ 371 ຕື້ USD, ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ຕາມບົດລາຍງານຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລ້ວ, ຍອດວົງເງິນສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ໃນໄລຍະ 7 ເດືອນຕົ້ນປີ 2021 ບັນລຸ 371 ຕື້ USD, ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ເຖິງວ່າຖືກຜົນສະທ້ອນຫຼາຍຢ່າງຈາກໂລກລະບາດໂຄວິດ-19 ກໍຕາມ, ແຕ່ການຈາລະຈອນສິນຄ້າຢູ່ພາຍໃນປະເທດຍັງຮັບປະກັນໂດຍພື້ນຖານໄດ້, ໂດຍສະເພາະແມ່ນບັນດາສິນຄ້າທີ່ຈຳເປັນ. ນີ້ແມ່ນໝາກຜົນໜ້າຊື່ນຊົມໃນສະພາບການຄ້າທົ່ວໂລກພວມປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19, ມີຫຼາຍພື້ນຖານເສດຖະກິດຢູ່ພາກພື້ນ ແລະ ໃນໂລກຖືກຫຼຸດລົງຍ້ອນຜົນກະທົບຈາກໂລກລະບາດ.

        ເຖິງຢ່າງໃດກໍ່ຕາມ, ລາຍຈ່າຍ logisctisc ເພີ່ມຂຶ້ນສູງໄດ້ສົ່ງຜົນກະທົບຫຼາຍຢ່າງເຖິງການເຄື່ອນໄຫວສົ່ງອອກ-ນຳເຂົ້າ ກໍຄືມູນລາຍຮັບຂອງວິສາຫະກິດ ແລະ ພື້ນຖານເສດຖະກິດ. ທ່ານ ເຈິ່ງແທັງຫາຍ, ຮອງຫົວໜ້າກົງສົ່ງອອກ - ນຳເຂົ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ທາງກະຊວງຈະຍົກອອກມາດຕະການແກ້ໄຂຫຼາຍຢ່າງ ເພື່ອສາມາດນຳການເຄື່ອນໄຫວ logisctisc ຢູ່ໃນລະດັບລາຍຈ່າຍຕ່ຳກວ່າ, ມີປະສິດທິຜົນກວ່າ, ຊ່ວຍຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ແລະ ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ