ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ໃນ 6 ເດືອນຕົ້ນປີ

ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ໃນ 6 ເດືອນຕົ້ນປີ - ảnh 1
ພາບປະກອບ

(vovworld) – ວັນ​ທີ 26/6, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ​ໃຫ້​ຮູ້​ວ່າ: ວົງ​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ​ໃນ​​ເດືອນ 6 ຄາດ​ວ່າ​ບັນລຸ 2,5 ຕື້ USD, ຄາດ​ວ່າຍົກ​ວົງ​ເງິນ​ສົ່ງ​ອອກຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ​ ​ໃນ 6​ ​ເດືອນຕົ້ນ​ປີ​​ຂຶ້ນເກືອບ 13,7 ຕື້ USD, ​ເພີ່ມ​ຂຶ້ນ 14,5% ​ເມືອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່າຍ. ດ້ວຍ​ໝາກ​ຜົນ​ນີ້, ຜົນ​ກຳ​​​ໄລ​ການ​ຄ້າ​ຂອງ​ຂະ​ແໜງ​ໃນ 6 ​ເດືອນ​ຄາດ​ວ່າ​ບັນລຸ​ແຕ່ 5,6 – 5,7 ຕື້ USD, ປະກອບສ່ວນ​ຫຼຸດຜ່ອນ​ການ​ນຳ​ເຂົ້າ​ເກີນ​ດຸນ​ໃຫ້​ແກ່​ທົ່ວ​ປະ​ເທດ. ຕາມ​ການ​ຕີ​ລາຄາ​ຂອງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແລ້ວ, ນອກຈາກ​ເຂົ້າສານ ​ແລະ ຢາງ​ພາລາ, ບາງປະ​ເພດ​ສິນຄ້າ​ສົ່ງ​ອອກຕົ້ນຕໍ​ລ້ວນ​ແຕ່​ມີ​ການ​ເຕີບ​ໂຕ​ດີ​ພໍ​ສົມຄວນ. ​ເປັນ​ໜ້າ​ສົນ​ໃຈ​ແມ່ນ ການ​ສົ່ງ​ອອກ​ກາ​ເຟ​ໃນ 6 ​ເດືອນ​ບັນລຸ​​ເກືອບ 1,1 ລ້ານ​ໂຕນ, ດ້ວຍ​ວົງ​ເງິນ 2,3 ຕື້ USD, ​ເພີ່ມ​ຂຶ້ນ​ທັງ​ດ້ານ​ປະລິມານ ​ແລະ ມຸນ​ຄ່າ ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບາງ​ປະ​ເພດ​ສິນຄ້າ​ອື່ນ​ຄື: ຊາ, ໝາກມ່ວງ​ຫິມະ​ພານ, ໝາກພິກໄທ ຍັງ​ຄົງ​ຮັກສາ​ໄດ້​ລະດັບ​ເຕີບ​ໂຕ​ເປ​ັນປົກກະຕິ ທັງ​ດ້ານປະລິມານ ​ແລະ ມຸນ​ຄ່າ.

ຂ່າວ/ບົດ​ອື່ນ