ການ​ສົ່ງ​ອອກຜະ​ລິດ​ຕະ​ພັນ​​​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳຂອງ ຫວຽດ​ນາມ ໃນເດືອນ​ມັງ​ກອນ ເພີ່ມ​ຂຶ້ນ​ກ່​ວາ 79%

(VOVWORLD) - ມູນຄ່າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຕົ້ນປີນີ້ສົ່ງອອກເກີນດຸນ ບັນລຸກ່ວາ 1,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກ່ວາ 4,6 ເທື່ອເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. 
ການ​ສົ່ງ​ອອກຜະ​ລິດ​ຕະ​ພັນ​​​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳຂອງ ຫວຽດ​ນາມ ໃນເດືອນ​ມັງ​ກອນ ເພີ່ມ​ຂຶ້ນ​ກ່​ວາ 79% - ảnh 1ການປຸງແຕ່ງປາກ່ອນສົ່ງອອກ (ພາບ: TTXVN)

ວັນທີ 31 ມັງກອນ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ເດືອນມັງກອນທີ່ຜ່ານມາ, ຍອດລວມວົງເງິນກ້າຄ້າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ບັນລຸກວ່າ 5,1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກ່ວາ 79% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ມູນຄ່າການນຳເຂົ້າກ່ວາ 3,7 ຕື້ໂດລາສະຫະລັດ. ສະນັ້ນ, ມູນຄ່າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຕົ້ນປີນີ້ສົ່ງອອກເກີນດຸນ ບັນລຸກ່ວາ 1,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກ່ວາ 4,6 ເທື່ອເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ວົງເງິນການຄ້າການສົ່ງອອກເພີ່ມຂຶ້ນສູງ ແມ່ນຍ້ອນການປະກອບສ່ວນຂອງທຸກໆໝວດສິນຄ້າລ້ວນແຕ່ເພີ່ມຂຶ້ນ, ຄື: ເຄື່ອງປ່າຂອງດົງ ເພີ່ມຂຶ້ນເກືອບ 1,5 ຕື້ໂດລາສະຫະລັດ; ສິນໃນນ້ຳ ບັນລຸ 730 ລ້ານໂດລາສະຫະລັດ; ຜະລິດຕະພັນກະເສດ ບັນລຸກ່ວາ 2,7 ຕື້ໂດລາສະຫະລັດ…

       ກ່ຽວກັບຕະຫຼາດຈຳໜ່າຍ, ມູນຄ່າການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ໄປສູ່ທ້ອງຕະຫຼາດລ້ວນແຕ່ເພີ່ມຂຶ້ນ. ໃນຈຳນວນນັ້ນ, ການສົ່ງອອກໄປພາກພື້ນທະວີບອາເມລິກາ ບັນລຸເກືອບ 1,2 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 93,6%); ທະວີບແອັບຟຣິກກາ ບັນລຸ 104 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 185%); ທະວີບອາຊີ ບັນລຸກວ່າ 2,5 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 86%); ທະວີບເອີຣົບ ບັນລຸ 532 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 38%).

ຕອບກັບ

ຂ່າວ/ບົດ​ອື່ນ