ການສົ່ງອອກຜະລິດຕະພັນກະເສດຜ່ານຈີນເພີ່ມຂຶ້ນສູງ

ການສົ່ງອອກຜະລິດຕະພັນກະເສດຜ່ານຈີນເພີ່ມຂຶ້ນສູງ - ảnh 1
ພາບປະກອບ

(vovworld) – ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ ​ໃຫ້​ຮູ້​ວ່າ: ຍອດ​ວົງ​ເງິນ​ສົງ​ອອກ​ຂອງ​ຫວຽດນາມ ​ໃນ 10 ​ເດືອນ​ຜ່ານ​ມາ​ຄາດ​ວ່າ​ບັນລຸ​ກ່ວາ 100 ຕື້ USD, ​ເພີ່ມ​ຂຶ້ນ 15% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ໃນ​ນັ້ນ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ບັນລຸປະມານ 16 ຕື້ 400 ລ້ານ USD. ສະ​ເພາະ​ຜະລິດ​ຕະພັນ​ກະ​ເສດ​ຂອງ ຫວຽດນາມ ທີ່​ສົ່ງ​ໄປ​ຂາຍ​ໃຫ້ ຈີນ ກວມ​ປະມານ 30% ຍອດ​ວົງ​ເງິນ​ຜະ​ລິດ​ຕະພັນ​ກະ​ເສດ ດ້ວຍ​ບັນດາ​ປະ​ເພດ​ສິນຄ້າ​ຕົ້ນ​ຕໍ່​ຄື: ມັນ​ຕົ້ນ, ຢາງພາລາ, ​ເຂົ້າສານ.​.​.​ ທ່ານ​ນາງ ຟານ​ທິຢ້ຽວຮ່າ, ຮອງ​ຫົວໜ້າ​ກົມ​ສົ່ງ​ອອກ - ນຳ​ເຂົ້າ, ກຳ​ຊວງ​ອຸດສາຫະກຳ - ການ​ຄ້າ, ​ໃຫ້​ຮູ້​ວ່າ: ​ເພື່ອ​​ເພີ່ມ​ວົງ​ເງິນ​ສົ່ງ​ອອກ​ໄປ​ຍັງ ຈີນ, ກະຊວງ​ອຸດສາຫະກຳ - ການ​ຄ້າ​ໄດ້​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຈຳໜ່າຍ​ເຂົ້າສານ, ສິນ​ໃນ​ນ້ຳ, ພ້ອມ​ທັງ​ສົມທົບ​ກັບ​ກະຊວງ​ກະສິກຳ ​ແລ​ະ ພັດທະນາ​ຊົນນະບົດ, ບັນດາ​ສະຫະ​ສະມາຄົມ​ຂະ​ແໜງ​ສິນຄ້າ​ຜະລິດ​ຕະພັນ​ກະ​ເສດ ຍູ້​ແຮງ​ການ​ສົ່ງ​ອອກ ຜະລິດ​ຕະພັນ​ກະ​ເສດ  ​ໄປ​ຍັງ​ຕະຫຼາດ​ນີ້. ທ່ານ​ນາງ ຟານ​ທິຢ້ຽວຮ່າ, ຖື​ວ່າ:

“​ເພື່ອ​ສືບ​ຕໍ່​ເພີ່​ມທະວີ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​​ໄປ​ຍັງຕະຫຼາດ​ນີ້, ບັນດາ​ວິ​ສາ​ຫະກິດ​ກໍ່​ຄື​ນັກທຸລະກິດ​ສືບ​ຕໍ່​ເປັນ​ເຈົ້າ​ການ​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບ​ຜະລິດ​ຕະພັນ​ກະ​ເສດ​ເພື່ອ​ສົ່ງ​ອອກ. ທີ 2 ກຳ​ແໜ້ນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບຕະຫຼາ​​ດ, ຄູ່​ຮ່ວມ​ມື, ລູກ​ຄ້າ​ເພື່ອ​ມີ​ຍຸດ​ທະ​ສາດ​ດຳ​ເນີນ​ທຸລະ​ກິດ, ​ເຈລະຈາ, ​ເຊັນ​ສັນຍາ, ຮັບປະກັນ​ໃຫ້ການ​ຈຳໜ່າຍຜະລິດ​ຕະພັນ​ກະ​ເສດ​ໃຫ້​ຖືກ​ກັບ​ລະດູ​ການ”

ຂ່າວ/ບົດ​ອື່ນ