ການ​ສົ່ງ​ອອກ​ມັນ​ຕົ້ນ ຈະ​ບັນ​ລຸ 2 ຕື້ USD ໃນ​ປີ 2030

(VOVWORLD) - ະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ວາງເປົ້າໝາຍຮອດປີ 2030, ປະລິມານມັນຕົ້ນສົດຂອງທົ່ວປະເທດຈະບັນລຸປະລິມານ 11,5 – 12,5 ໂຕນ; ວົງເງິນສົ່ງອອກມັນຕົ້ນ ແລະ ບັນດາຜະລິດຕະພັນຈາກມັນຕົ້ນຈະບັນລຸແຕ່ 1,8 – 2 ຕື້ USD. 
ການ​ສົ່ງ​ອອກ​ມັນ​ຕົ້ນ ຈະ​ບັນ​ລຸ 2 ຕື້ USD ໃນ​ປີ 2030 - ảnh 1(ພາບປະກອບ: baocongthuong.vn)

ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫາກໍໃຫ້ສັດຕະຍາບັນແຜນຮ່າງ “ພັດທະນາແບບຍືນຍົງຂະແໜງສິນຄ້າມັນຕົ້ນຮອດປີ 2030, ວິໄສທັດຮອດປີ 2050”. ຕາມນັ້ນແລ້ວ, ພັດທະນາຂະແໜງສິນຄ້າມັນຕົ້ນເປັນປົກກະຕິ, ມີສະຖຽນລະພາບ ແລະ ຍືນຍົງ; ສ້າງການຮ່ວມສຳພັນຢ່າງແໜ້ນແຟ້ນລະຫວ່າງການຜະລິດ, ການປຸງແຕ່ງ ແລະ ການບໍລິໂພກຜະລິດຕະພັນແນໃສ່ສ້າງມູນຄ່າເສດຖະກິດສູງ, ປະກອບສ່ວນແກ້ໄຂວຽກເຮັດງານທຳ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊົນນະບົດ; ຍົກສູງມູນຄ່າວົງເງິນສົ່ງອອກ ແລະ ປົກປັກຮັກສາສິ່ງແວດລ້ອມ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ວາງເປົ້າໝາຍຮອດປີ 2030, ປະລິມານມັນຕົ້ນສົດຂອງທົ່ວປະເທດຈະບັນລຸປະລິມານ 11,5 – 12,5 ໂຕນ; ວົງເງິນສົ່ງອອກມັນຕົ້ນ ແລະ ບັນດາຜະລິດຕະພັນຈາກມັນຕົ້ນຈະບັນລຸແຕ່ 1,8 – 2 ຕື້ USD. ຮອດປີ 2050, ຂະແໜງສິນຄ້າມັນຕົ້ນຂອງ ຫວຽດນາມ ບັນລຸວົງເງິນການຄ້າສົ່ງອອກມັນຕົ້ນ ແລະ ບັນດາຜະລິດຕະພັນຈາກມັນຕົ້ນ ບັນລຸປະມານ 2,3 -  2,5 ຕື້ USD.

        ຕາມແຜນຮ່າງດັ່ງກ່າວແລ້ວ, ທົ່ວປະເທດ ຫວຽດນາມ ຈະມີ 5 ເຂດຈຸດສຸມພັດທະນາມັນຕົ້ນ, ພັດທະນາການປຸງແຕ່ງມັນຕົ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ